ໃນຕອນແລງວັນຈັນ, ວັນທີ 31 ພະຈິກ 2022 ທີຫ້ອງປະຊຸມຊັ້ນ 3 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ ໄດ້ຈັດພິທີ ສະຫລຸບວຽກງານກຳມະບານໃນໄລຍະຜ່ານມາ ແລະ ຢັ້ງຢືນຮັບຮອງ ສະຫະພັນກຳມະບານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ
ນະຄອນຫລວງວຽງຈັນ ເປັນສະຫະພັນກຳມະບານ 5 ເປັນເຈົ້າໃນສະໄໝທີ VII. ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນຊົມ ຊົງວິໄລ ກຳມະການພັກ ນະຄອນຫລວງວຽງຈັນ, ຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ນະຄອນຫລວງວຽງຈັນ ແລະ ທ່ານ ດາວເພັດ ອາລຸນ ກຳມະການພັກ ນະຄອນຫລວງວຽງຈັນ, ປະທານ ສະຫະພັນກຳມະບານ ນະຄອນຫລວງວຽງຈັນ. ເຊິ່ງມີສະມາຊິກກຳມະບານທັງໝົດຂອງ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ນະຄອນຫລວງວຽງຈັນ ເຂົ້າຮ່ວມ.