ໃນຕອນເຊົ້າ ວັນອັງຄານ, ວັນທີ 01 ພະຈິກ 2022. ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ ໄດ້ຈັດພິທີ ເປີດບັ້ນດຳເນີນການປະເມີນຜົນຈັດຕັ້ງປະຕິບັດຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບຮັກ ນະຄອນຫຼວງວຽງຈັນ, ການກໍ່ສ້າງ
ໜ່ວຍພັກ ປອດໃສ, ເຂັ້ນແຂງ, ໜັກແໜ້ນ ແລະ ການປະເມີນການຈັດຕັ້ງປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ປະຈໍາປີ 2022. ຢູ່ຫ້ອງປະຊຸມຊັ້ນ 3 ຂອງພະແນກ, ໂດຍການເປັນ ປະທານ ຂອງສະຫາຍ ບຸນຊົມ ຊົງວິໄລ ກຳມະການພັກ ນະຄອນຫລວງວຽງ ຈັນ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ ເຊິ່ງມີ ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ ພ້ອມດ້ວຍສໍາມະຊິກພັກ ແລະ ພະນັກງານລັດຖະກອນທັງໝົດພາຍໃນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ ທັງໝົດເຂົ້າຮ່ວມ