Print

         ໃນຕອນບ່າຍ ວັນ ພະຫັດ, ວັນທີ 5 ມີນາ 2020 ເວລາ 13:30 ທີ່ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສຳມະນາ ວິທະຍາສາດ ພາຍໃຕ້ຫົວຂໍ້ ສິດທິແມ່ຍິງ ຕິດພັນກັບຄວາມສະເໝີພາບຍິງ-ຊາຍ ໂດຍໃຫ້ກຽດເຂົ້າຮ່ວມເປັນ ປະທານຂອງ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ທ່ານ ນ ຈັນສຸກ ບົວລາວົງ ຮອງຫົວໜ້າບໍລິຫານ ແລະ ທ່ານ ນ ບົວລອນ ວົງດາລາແສນ ກຳມະການພັກ ນ.ວ, ປະທານ ສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ ໂດຍມີສະມາຊິກແມ່ຍີງເຂົ້າຮ່ວມທັງໝົດ 64 ທ່ານ.