Print

      ໃນຕອນເຊົ້າວັນຈັນ ຂອງວັນທີ 08 ມິຖຸນາ 2020 ເວລາ 8 ໂມງ 00 ໜ່ວຍພັກຂະແໜງ ສິ່ງແວດລ້ອມ ແລະ ປ່ຽນແປງດິນຟ້າອາກາດ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈຳປີ 2019 ແລະ ທິດທາງແຜນການ 5 ປີ (2020-2025) ທີ່ພະແນກ

ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານ ຂອງ ສະຫາຍ   ບຸນທາມ ພຸດ ທະວົງສາ ກຳມະການພັກ ນະຄອນຫຼວງວຽງຈັນ ເລຂາຄະນະພັກຮາກຖານ ແລະ ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ມີສະມາຊິກພັກພາຍໃນຂະແໜງ ແລະ ບັນດາຂະແໜງທີ່ຂຶ້ນກັບ ຄະນະພັກຮາກ ຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໂດຍມີສະມາຊິກພັກເຂົ້າຮ່ວມທັງໝົດ 20 ສະຫາຍ.