ໃນຕອນເຊົ້າ ວັນອັງຄານ ຂອງວັນທີ 09 ມິຖຸນາ 2020 ເວລາ 8 ໂມງ 00 ໜ່ວຍພັກຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2019 ແລະ ທິດທາງແຜນການ 5 ປີ (2020-2025) ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານ

ຂອງ ສະຫາຍ   ບຸນທາມ ພຸດທະວົງສາ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ມີສະມາຊິກພັກພາຍໃນຂະແໜງ ແລະ ບັນດາຂະແໜງທີ່ຂຶ້ນກັບຄະນະພັກຮາກຖານ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໂດຍມີສະມາຊິກພັກເຂົ້າຮ່ວມທັງໝົດ 20 ສະຫາຍ.