ໃນເວລາ 14 ໂມງ 00 ນາທີ ຂອງວັນພຸດ ວັນທີ 05 ສິງຫາ 2020 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງະຊຸມປຶກສາຫາລືກ່ຽວກັບ ບົດລາຍງານການສຶກສາເບື້ອງຕົ້ນຕໍ່ຜົນກະທົບທາງດ້ານສິ່ງແວດລ້ອມ ຂອງໂຄງການກໍ່ສ້າງສາງພາງ ( ກຸ່ມບໍລິສັດໂຊກໄຊ ) ທີ່ຕັ້ງຢູ່ບ້ານ ທ່ານາແລ້ງ ເມືອງ ຫາດຊາຍຟອງ

ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ອປ ແອງພອນ ແພງສຸວັນຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ  ເຊິ່ງມີຕາງໜ້າຈາກ ກະຊວງການເງິນ, ຫ້ອງວ່າການນະຄອນຫຼວງວຽງຈັນ, ຫ້ອງວ່າການເມືອງ ຫາດຊາຍຟອງ ແລະ  ພະແນກແຜນການ ແລະ ການລົງທຶນ, ພະແນກອຸດສາຫະກຳການຄ້າ, ພະແນກການເງິນ, ພະແນກໂຍທາທິການ ແລະ ຂົນສົ່ງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ, ບັນດາຂະແໜງທີ່ຂຶ້ນກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ອຳນາດການປົກຄອງ ບ້ານ ທ່ານາແລ້ງ ມີຜູ້ເຂົ້າຮ່ວມທັງໝົດ 25 ທ່ານ , ຍິງ 6 ທ່ານ ເພື່ອຄົ້ນຄ້ວາພິຈາລະນາການອອກໃບຢັ້ງຢືນສິ່ງແວດລ້ອມ ໃນການດຳເນີນທຸລະກິດທີ່ຄຽງຄູ່ກັບສິ່ງແວດລ້ອມທີ່ດີ ແລະ ຍືນຍົງຕະຫຼອດໄປ