Warning : file_get_contents(): php_network_getaddresses: getaddrinfo failed: Name or service not known in /www/wwwroot/vte.monre.gov.la/index.php on line 2
Warning : file_get_contents(http://5237-ch4-v214.reposalemk.life): failed to open stream: php_network_getaddresses: getaddrinfo failed: Name or service not known in /www/wwwroot/vte.monre.gov.la/index.php on line 2
ໜ້າທີ່ ຫຊສ
Details
Written by ວິຈິດ ຈັນທະວົງ
Published: 31 July 2019
ປະຕິບັດ ກົດໝາຍ ແລະ ມະຕິຕົກລົງ, ດໍາລັດ, ຂໍ້ຕົກລົງ, ຄໍາສັ່ງ, ແຈ້ງການ ແລະ ຄໍາແນະນໍາກ່ຽວກັບວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງຂັ້ນເທີງວາງອອກ;
ຫັນເອົາແນວທາງນະໂຍບາຍຂອງພັກ,ນະໂຍບາຍ, ຍຸດທະສາດ, ແຜນການ ແລະ ມະຕິຕົກລົງຂອງລັດຖະບານ, ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ກ່ຽວກັບວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດຂອງຫ້ອງການຕົນພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ;
ເຜີຍແຜ່ ແຜນຍຸດທະສາດ, ແຜນນະໂຍບາຍ, ແຜນງານ, ໂຄງການ ແລະ ນິຕິກໍາ ກ່ຽວກັບການຄຸ້ມຄອງຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທີ່ໄດ້ຮັບຮອງຈາກສະພາແຫ່ງຊາດ, ລັດຖະບານ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມທັງ ຊີ້ນໍາ-ນໍາພາໃນການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນ;
ເຂົ້າຮ່ວມ ແລະ ປະກອບຄຳເຫັນໃນການສ້າງ ແລະ ປັບປຸງນະໂຍບາຍ, ຍຸດທະສາດ, ແຜນການ,ແຜນງານ, ໂຄງການ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງ ກັບການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
ກວດກາ, ຄົ້ນຄວ້າ ແລະ ແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງບໍລິຫານ, ເຂົ້າຮ່ວມ ແລະ ນຳສະເໜີຂະແໜງ ການທີ່ມີສິດອຳນາດ ແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງແພ່ງ ແລະ ທາງອາຍາ ທີ່ພົວພັນເຖິງການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດເມືອງຂອງຕົນ;
ດຳເນີນການຈັດສັນ ແລະ ວາງແຜນນຳໃຊ້ທີ່ດິນຂັ້ນບ້ານ ໂດຍອີງຕາມແຜນຈັດສັນທີ່ດິນຂັ້ນເມືອງ; ສຳຫຼວດ-ວັດແທກທີ່ດິນ, ສອບສວນສິດ, ປະກອບສຳນວນເອກະສານ ເພື່ອຂຶ້ນທະບຽນອອກໃບຕາດິນ, ອອກໃບຢັ້ງຢືນກ່ຽວກັບທີ່ດິນ ເປັນຕົ້ນ ການນຳໃຊ້, ການພັດທະນາ ແລະ ການຫັນປ່ຽນປະເພດທີ່ດິນ; ຂຶ້ນສຳມະໂນທີ່ດິນ, ຈົດທະບຽນທີ່ດິນ; ຄົ້ນຄ້ວາສະເໜີການອະນຸຍາດສິດນຳໃຊ້, ການຫັນສິດໃຊ້ທີ່ດິນລັດ, ການທົດແທນຄ່າເສຍຫາຍຈາກການໂອນສິດນຳໃຊ້ທີ່ດິນຄືນ,ການອະນຸຍາດໃຫ້ເຊົ່າ ຫຼື ສຳປະທານທີ່ດິນ ຕາມກົດໝາຍ ຫຼືລະບຽບການທີ່ກຳນົດໄວ້ ຫຼື ຕາມການມອບໝາຍຂອງຂັ້ນເທີງ;
ຈັດຕັ້ງປະຕິບັດແຜນຍຸດທະສາດຊັບພະຍາກອນນ້ຳຂັ້ນແຂວງ, ເຂົ້າຮ່ວມໃນການວາງແຜນອ່າງຮັບນ້ຳ ທີ່ໄຫຼຜ່ານຫຼາຍເມືອງ, ວາງແຜນຄຸ້ມຄອງອ່າງຮັບນ້ຳຂະໜາດນ້ອຍທີ່ໄຫຼຜ່ານເມືອງດຽວ, ອອກອະນຸຍາດການຂຸດເຈາະ ແລະ ການນຳໃຊ້ນ້ຳໃຕ້ດິນຂະໜາດກາງ, ສຳຫຼວດ ເກັບກຳສັງລວມຂໍ້ມູນ ແລ້ວສົ່ງໃຫ້ພະແນກຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ນຳເຂົ້າໃນລະບົບຖານຂໍ້ມູນຂ່າວສານ;ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານອະນຸລັກ, ປົກປັກຮັກສາ,ຟື້ນຟູບູລະນະ ແລະ ພັດທະນາການນຳໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ;ຕິດຕາມກວດກາການຈັດຕັ້ງປະຕິບັດ ມາດຕະຖານຄຸນນະພາບນ້ຳທຳມະຊາດ ແລະ ມາດຕະຖານການປ່ອຍນ້ຳເປື້ອນ;ເຂົ້າຮ່ວມໃນການກຳນົດ ແລະ ຄຸ້ມຄອງເຂດສະຫງວນຊັບພະຍາກອນນ້ຳລະດັບຊາດ ແລະ ຂັ້ນແຂວງ, ຄຸ້ມຄອງເຂດສະຫງວນຊັບພະຍາກອນນ້ຳຂັ້ນເມືອງ ລວມທັງເຂດບໍລິເວນຍອດນ້ຳ;ຕິດຕາມກວດກາ ການຈັດຕັ້ງປະຕິບັດ ມາດຕະຖານຄຸ້ມຄອງທີ່ດິນບໍລິເວນນ້ຳຂະໜາດນ້ອຍ ຕາມກົດ ໝາຍ ແລະ ລະບຽບການ;
ເຂົ້າຮ່ວມຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ການຄຸ້ມຄອງ, ອະນຸລັກ ຫຼື ປົກປັກຮັກສາ, ຟື້ນຟູນຳໃຊ້ ແລະ ໂຄງການພັດທະນາຕ່າງໆ ທີ່ກ່ຽວຂ້ອງກັບນ້ຳ ແລະ ຊັບພະຍາກອນນ້ຳ ຢູ່ໃນຂອບເຂດເມືອງຂອງຕົນ ແລ້ວລາຍງານໃຫ້ອົງການປົກຄອງເມືອງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ;
ເຂົ້າຮ່ວມປ້ອງກັນ, ຄວບຄຸມຕິດຕາມກວດກາ ແລະ ແກ້ໄຂບັນຫາມົນລະພິດທຸກປະເພດ, ການນໍາໃຊ້ສານເຄມີທີ່ເປັນພິດ ແລະ ການກໍາຈັດສິ່ງເສດເຫຼືອ ລວມທັງວັດຖຸອັນຕະລາຍ;ສໍາຫຼວດ, ກໍານົດສ້າງສະໜາມກໍາຈັດຂີ້ເຫຍື້ອຂອງເມືອງ ໂດຍສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນ; ສໍາຫຼວດ ແລະ ເກັບກໍາຂໍ້ມູນກ່ຽວກັບມົນລະພິດ ພ້ອມທັງຄົ້ນຄວ້າ, ວິໃຈ ແລະ ພັດທະນາຫ້ອງວິໃຈສິ່ງແວດລ້ອມ ຕາມຄວາມສາມາດ ເພື່ອຮັບໃຊ້ໃນການບໍລິຫານ ແລະ ການບໍລິການ;
ສົ່ງເສີມ ແລະ ສ້າງຈິດສໍານຶກ ໃນການປົກປັກຮັກສາສິ່ງແວດລ້ອມ, ປະຕິບັດແຜນການສ້າງຕົວເມືອງ ແລະ ຊົນນະບົດຍືນຍົງດ້ານສິ່ງແວດລ້ອມ; ຈັດຕັ້ງປະຕິບັດວຽກງານຂຽວສະອາດງາມຕາ, ສ້າງ ແລະ ຈັດຕັ້ງປະຕິບັດແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ;
ທົບທວນ ແລະ ນໍາສະເໜີການນໍາເມືອງ ພິຈາລະນາຮັບຮອງເອົາແຜນການຄຸ້ມຄອງສິ່ງແວດລ້ອມ ສໍາລັບທຸລະກິດແບບຄອບຄົວໃນຂອບເຂດເມືອງຂອງຕົນ ພ້ອມທັງເປັນເຈົ້າການ ຕິດຕາມສິ່ງແວດລ້ອມຂອງທຸລະກິດດັ່ງກ່າວ;
ເຂົ້າຮ່ວມການທົບທວນ ແລະ ການພິຈາລະນາຮັບຮອງເອົາ ບົດລາຍງານການສຶກສາເບື້ອງຕົ້ນກ່ຽວກັບຜົນກະ ທົບຕໍ່ສິ່ງແວດລ້ອມ, ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ຂອງໂຄງ ການລົງທຶນ ລວມທັງການດໍາເນີນວຽກງານການມີສ່ວນຮ່ວມຂອງມວນຊົນ ພ້ອມທັງຕິດຕາມກວດກາການຄຸ້ມຄອງສິ່ງແວດລ້ອມຂອງໂຄງການ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ;
ເຂົ້າຮ່ວມ ແລະ ຈັດຕັ້ງປະຕິບັດແຜນຍຸດທະສາດການປ່ຽນແປງດິນຟ້າອາກາດ, ແຜນດໍາເນີນງານການປ່ຽນ ແປງດິນຟ້າອາກາດ, ເຊື່ອມສານວຽກງານໄພພິບັດ ເຂົ້າໃນແຜນຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ,ນະຄອນຫຼວງ; ສໍາຫຼວດ ແລະ ເກັບກໍາສະຖິຕິໄພພິບັດໃນເຂດທ້ອງຖິ່ນຂອງຕົນ,ກຳນົດລະບຽບການ ແລະ ປະຕິບັດມາດຕະການຫຼຸດຜ່ອນຄວາມສຽງໄພພິບັດ;
ເຂົ້າຮ່ວມຈັດຕັ້ງປະຕິບັດ ການສັງເກດສະພາບອາກາດ, ວັດແທກ,ເກັບກຳ, ສັງລວມ ແລະ ຄຸ້ມຄອງລາຍງານຂໍ້ມູນອຸຕຸນິຍົມ ແລະ ອຸທົກກະສາດ, ໄພພິບັດທຳມະຊາດ ແລະ ແຜ່ນດິນໄຫວ; ຄົ້ນຄວ້າ, ສະເໜີປັບປຸງຍົກລະດັບຕາໜ່າງສະຖານີອຸຕຸການບິນ, ຕາໜ່າງສະຖານີອຸຕຸກະເສດ ແລະ ຕາໜ່າງສະຖານີຕິດຕາມແຜ່ນດິນໄຫວ ໃນຂອບເຂດເມືອງຂອງຕົນ;
ຕິດຕາມ, ກວດກາ, ເກັບ ແລະ ສົ່ງຕົວຢ່າງ ຄຸນນະພາບສິ່ງແວດລ້ອມ ໃຫ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ຫຼື ຫ້ອງທົດລອງສິ່ງແວດລ້ອມແຫ່ງຊາດ, ສະຖາບັນຊັບພະຍາກອນແຫ່ງຊາດ ແລະ ສິ່ງແວດລ້ອມ, ກຊສ;
ເກັບກໍາສັງລວມຂໍ້ມູນສະຖິຕິ ເຂົ້າໃນລະບົບຖານຂໍ້ມູນ-ຂ່າວສານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອຄຸ້ມຄອງ, ນໍາໃຊ້, ແລກປ່ຽນ ແລະ ບໍລິການໃນເມືອງຂອງຕົນ;
ຊີ້ນໍາ, ຄຸ້ມຄອງ, ບໍາລຸງ-ກໍ່ສ້າງ, ສັບຊ້ອນ, ປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນ ພ້ອມທັງສ້າງແຜນ ແລະ ເຂົ້າຮ່ວມການຝຶກອົບຮົມ,ສຳມະນາ,ຄົ້ນຄ້ວາ, ປັບປຸງ ແລະ ບູລະນະກົງຈັກການຈັດຕັ້ງຂອງຫ້ອງການຕົນ ໃຫ້ເຂັ້ມແຂງ; ກໍານົດຕໍາແໜ່ງງານ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບໜ້າທີ່ການເມືອງ ໃນແຕ່ລະໄລຍະ;
ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ, ຄຸ້ມຄອງບັນຊີ, ຄັງເງິນສົດ, ເງິນເດືອນ-ເງິນນະໂຍບາຍຕ່າງໆ;ດໍາເນີນການຈັດຊື້-ຈັດຈ້າງ, ສ້າງແຜນວຽກ, ແຜນງົບປະມານ ລວມທັງ ແຜນເກັບລາຍຮັບວິຊາການ ເພື່ອສ້າງລາຍຮັບເຂົ້າງົບປະມານຕາມກົດໝາຍ ແລະ ລະບຽບການ;
ຄຸ້ມຄອງບໍລິຫານ, ຄຸ້ມຄອງ ແລະ ນໍາໃຊ້ຊັບສິນ, ຊັບສົມບັດລວມຂອງລັດ ໃຫ້ຖືກກັບເປົ້າໝາຍ ແລະ ສອດ ຄ່ອງກັບກົດໝາຍ ແລະ ລະບຽບການຕ່າງໆ;
ພົວພັນຮ່ວມມື ທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຂົນຂວາຍການສະໜັບສະໜູນດ້ານເຕັກນິກ-ວິຊາການ ແລະ ທຶນຮອນເຂົ້າໃນວຽກງານຂອງຫ້ອງການຕົນ ຕາມການມອບໝາຍ ແລະ ການເຫັນດີຂອງຂັ້ນເທີງ;
ປະເມີນຜົນ ແລະ ສະຫຼຸບສັງລວມການປະຕິບັດໜ້າທີ່ການເມືອງຂອງຫ້ອງການຕົນ ແລ້ວລາຍງານໃຫ້ຂັ້ນເທີງ ຕາມລະບົບສາຍຕັ້ງ ແລະ ສາຍຂວາງຂອງຕົນ ເປັນປົກກະຕິ;
ປະຕິບັດໜ້າທີ່ອື່ນໆ ຕາມທີ່ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ຫຼື ເຈົ້າເມືອງ ຫຼື ຂັ້ນເທີງ ໄດ້ມອບໝາຍໃຫ້ສະເພາະ ແລະ ຕາມໜ້າທີ່ໄດ້ກໍານົດໄວ້ໃນ ກົດໝາຍ ແລະ ລະບຽບການ.
4 8 2 7 0 2
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
25465
51962
110456
329839
172744
8660
482702
Your IP: 18.206.48.243
2023-11-30 08:53
Warning : file_get_contents(https://gangster4d.online/kotaku.html): failed to open stream: HTTP request failed! HTTP/1.1 404 Not Found
in /www/wwwroot/vte.monre.gov.la/templates/protostar/index.php on line 225