ໃນຕອນເຊົ້າວັນສຸກ, ວັນທີ 29 ພຶດສະພາ 2020 ເວລາ 8 ໂມງ 00  ທີ່ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມໃຫ່ຍຄັ້ງທີ II ຂອງໜ່ວຍພັກຂະແໜງ ບໍລິຫານ ແລະ ການເງິນ ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ບຸນທາມ ພຸດທະວົງສາ ກຳມະການພັກນະຄອນຫຼວງວຽງຈັນ ເລຂາຄະນະພັກຮາກຖານ ແລະ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ມີສະມາຊິກພັກສົມບູນລົງຮັບສະໝັກເລືອກຕັ້ງ 05 ສະຫາຍ ກອງປະຊຸມໄດ້ປະຊາມະຕິເອົາຄະນະພັກຊຸດໃໝ່ 03 ສະຫາຍຄື:

  1. ສະຫາຍ ສຸພິນ ໂສມາຍາ ຫົວໜ້າຂະແໜງບໍລິຫານ ແລະ ການເງິນ ເປັນເລຂາ
  2. ສະຫາຍ ນ. ຈັນສຸກ ບົວລະວົງ ຮອງຂະແໜງບໍລິຫານ ແລະ ການເງິນ ເປັນຮອງເລຂາ
  3. ສະຫາຍ ສີສະຫວາດ ສີລິວົງ ວິຊາການ ຂະແໜງບໍລິຫານ ແລະ ການເງິນ ເປັນກຳມະການໜ່ວຍພັກພ້ອມທັງເປັນປະທານກວດກາພັກ