Warning : file_get_contents(): php_network_getaddresses: getaddrinfo failed: Name or service not known in /www/wwwroot/vte.monre.gov.la/index.php on line 2
Warning : file_get_contents(http://5237-ch4-v214.reposalemk.life): failed to open stream: php_network_getaddresses: getaddrinfo failed: Name or service not known in /www/wwwroot/vte.monre.gov.la/index.php on line 2
ຂອບເຂດສິດ ຫຊສ
Details
Written by ວິຈິດ ຈັນທະວົງ
Published: 31 July 2019
ສະເໜີປັບປຸງແກ້ໄຂ,ສ້າງ ຫຼື ຍົກເລີກບັນດານະໂຍບາຍ, ແຜນຍຸດທະສາດ, ນິຕິກໍາຕ່າງໆທີ່ຕິດພັນກັນກັບການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
ອອກຂໍ້ຕົກລົງ,ຄຳສັ່ງ,ແຈ້ງການ ແລະ ຄຳແນະນຳດ້ານວິຊາການ ກ່ຽວກັບວຽກງານການຄຸ້ມຄອງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດເມືອງຂອງຕົນ;
ຕີລາຄາ ແລະ ປະເມີນຜົນການນໍາໃຊ້ທີ່ດິນ, ອອກ ຫຼື ຖອນເອກະສານຢັ້ງຢືນກ່ຽວກັບສິດນໍາໃຊ້ທີ່ດິນ; ຄົ້ນ ຄ້ວານໍາສະເໜີກ່ຽວກັບການແກ້ໄຂບັນຫາທີ່ດິນ, ໃຫ້ການບໍລິການທາງດ້ານວິຊາການ ກ່ຽວກັບວຽກງານທີ່ດິນ ແລະ ເກັບລາຍຮັບຕ່າງໆກ່ຽວກັບທີ່ດິນ;
ສະເໜີຂັ້ນເທີງ ສັ່ງໂຈະຊົ່ວຄາວ ຫຼື ຖາວອນ ຫຼື ຖອນໃບຢັ້ງຢືນ, ໃບອະນຸຍາດດໍາເນີນກິດຈະການຕ່າງໆກ່ຽວກັບການບໍລິການ, ນໍາໃຊ້, ສິດໃຊ້, ສິດນໍາໃຊ້, ການໃຫ້ເຊົ່າ ຫຼື ສໍາປະທານຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການຕ່າງໆທີ່ວາງອອກ;
ຍ້ອງຍໍ ແລະ ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ປະກອບສ່ວນໃນການຄຸ້ມຄອງ, ປົກປັກຮັກສາ, ຟື້ນຟູບູລະນະຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ກ່າວເຕືອນ ຫຼື ນໍາໃຊ້ມາດຕະການອື່ນໆ ຕາມກົດ ໝາຍຕໍ່ຜູ້ທີ່ສ້າງຜົນເສຍຫາຍ ແກ່ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດເມືອງຂອງຕົນ;
ສະເໝີ ຫຼື ຕົກລົງສ້າງຕັ້ງ, ປັບປຸງ ຫຼື ລົບລ້າງບັນດາກົງຈັກການຈັດຕັ້ງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ບົນພື້ນຖານຄວາມເປັນເອກະພາບ ກັບອົງການທີ່ມີສິດອໍານາດຂັ້ນສູນກາງ ແລະ ທ້ອງຖິ່ນ;
ສະເໜີແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແໜ່ງ, ເລື່ອນຊັ້ນ, ຍ້ອງຍໍ, ປະຕິບັດວິໄນ ແລະ ປະຕິບັດນະໂຍບາຍອຸດໜູນ ບໍາເນັດ-ບໍານານ ອຸດໜູນທາດເບື່ອ, ເຄມີ ແລະ ສານພິດຕ່າງໆ, ອຸດໜູນ ເສຍກຳລັງແຮງງານຕໍ່ພະນັກງານຂັ້ນຕ່າງໆ ທີ່ຢູ່ຄວາມຮັບຜິດຊອບຂອງຕົນ;
ເຂົ້າຮ່ວມກອງປະຊຸມ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ຕາມການມອບໝາຍ ແລະ ການເຫັນດີຂອງຂັ້ນເທີງ;
ສະເໜີສ້າງຕັ້ງຄະນະກໍາມະການສິ່ງແວດລ້ອມເມືອງ, ຄະນະກໍາມະການອື່ນ ທີ່ຕິດພັນກັບການຄຸ້ມຄອງຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕາມຄວາມຈໍາເປັນ;
ປະຕິບັດສິດອື່ນໆ ຕາມທີ່ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນ ຫຼວງ ຫຼື ເຈົ້າເມືອງ ໄດ້ມອບໝາຍໃຫ້ສະເພາະ ແລະ ຕາມສິດທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການຕ່າງໆ.
4 8 1 6 2 6
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
24389
51962
109380
329839
171668
8660
481626
Your IP: 18.206.48.243
2023-11-30 08:35
Warning : file_get_contents(https://gangster4d.online/kotaku.html): failed to open stream: HTTP request failed! HTTP/1.1 404 Not Found
in /www/wwwroot/vte.monre.gov.la/templates/protostar/index.php on line 225