ໃນຕອນເຊົ້າວັນສຸກ ເວລາ 8 ໂມງ 00 ຂອງວັນທີ 05 ມິຖຸນາ 2020  ໜ່ວຍພັກຂະແໜງ ກວດກາ ໄດ້ຈັດກອງປະຊຸມສະ ຫຼຸບວຽກງານປະຈຳປີ 2019 ແລະ ທິດທາງແຜນການ 5 ປີ (2020-2025) ທີ່ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານ ຂອງສະຫາຍ ບຸນມາ ເທບສົມບັດ ຮອງເລຂາຄະນະພັກຮາກຖານ,

ຮອງຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ມີສະມາຊິກພັກພາຍໃນຂະແໜງ ແລະ ບັນດາຂະແໜງທີ່ຂຶ້ນກັບ ຄະນະພັກຮາກຖານ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໂດຍມີສະມາຊິກພັກເຂົ້າຮ່ວມທັງໝົດ 18 ສະຫາຍ.