Print

ຂໍ້ຕົກລົງ ສະບັບນີ້ ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ຫຼັກ ການ ແລະ ແບບແຜນວີທີເຮັດວຽກ ເພື່ອເປັນບ່ອນອີງ​ໃຫ້​ແກ່​ການຈັດ​ຕັ້ງ ​ແລະ ການເຄື່ອນໄຫວວຽກງານຂອງ​ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ​ແນໃສ່ຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ, ກົດໝາຍ ​ແລະ ລະບຽບການ​ຂອງ​ລັດ ​ໃນ​ການ​ຄຸ້ມ​ຄອງ ​ແລະ ພັດທະນາ​ວຽກງານຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ, ປະກອບສ່ວນເຮັດໃຫ້ເສດຖະກິດ-ສັງຄົມໃນຂອບເຂດເມືອງຂອງຕົນ ມີການພັດທະນາທີ່ໝັ້ນຄົງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ.