ໃນຕອນເຊົ້າ ວັນສຸກ, ວັນທີ 2 ສິງຫາ 2019, ທີ່ຫ້ອງປະຊຸມຊັ້ນ 03 ຂອງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຕ້ອນຮັບ ທ່ານ ສົມມາດ ພົລເສນາ ລັດຖະມົນຕີ, ທ່ານ ຮອງລັດຖະມົນຕີ ພ້ອມດ້ວຍຄະນະຈາກ ກຊສ ແລະ ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຈາກ ນະຄອນຫຼວງວຽງຈັນ ໃນການລົງມາຢ້ຽມຢາມ ແລະ ຊີ້ນໍາວຽກຢູ່ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ນະຄອນຫຼວງວຽງຈັນ.

        ໃຫ້ກຽດຕ້ອນຮັບຄະນະດັ່ງກ່າວໂດຍແມ່ນ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໂດຍມີ ຄະນະພະແນກ, ຫົວໜ້າ ຂະແໜງ, ຄະນະຂະແໜງ ແລະ ຫົວໜ້າ ຫ້ອງ ການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 09 ເມືອງ ຂອງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

        ພາຍຫຼັ້ງທີ່ໄດ້ກ່າວຈຸດປະສົງແລ້ວ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ ກໍ່ໄດ້ລາຍງານໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາໂດຍສະເພາະແມ່ນວຽກງານ ການອອກ ໃບຕາດິນ ຊໍ້າຊ້ອນ, ຂອດການບໍລິການອອກ ໃບຕາດິນ ຊັກຊ້າ, ແລະ ການອອກ ໃບຕາດິນ ບໍ່ທັນໄດ້ຕາມແຜນການທີ່ຂັ້ນເທິງກໍານົດໃຫ້ໃນ 6 ເດືອນຕົ້ນປີ ແລະ ວຽກງານອື່ນໆ, ພ້ອມທັງໄດ້ຊີ້ແຈງເຫດຜົນໃນການອອກ ໃບຕາດິນ ຊັກຊ້າ ແລະ ບໍ່ທັນໄດ້ຕາມແຜນ ການກໍ່ຍ້ອນວ່າ: ງົບປະມານຍັງມີຈໍາກັດ, ເຄື່ອງຮັບໃຊ້ບໍ່ທັນພຽງພໍບໍ່ທັນສະໄໝ (ກ້ອງ GPS ຮັບໃຊ້ໃນການວັດ ແທກ) ແລະ ລະບົບການຄຸ້ມຄອງ ຂອດການບໍລິການ ຍັງບໍ່ທັນໄດ້ໃຊ້ລະບົບໄອທີເຂົ້າຊ່ວຍ.

        ຕໍ່ຈາກນັ້ນ ບັນດາທ່ານທີ່ໄດ້ເຂົ້າຮ່ວມທີ່ປະຊຸມກໍ່ຍັງໄດ້ປ່ຽນກັນມີຄໍາຄິດ, ຄໍາເຫັນ ແລະ ສຸດທ້າຍ ທ່ານ ລັດຖະມົນຕີ ແລະ  ທ່ານ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ກໍ່ໄດ້ກຽດໂອ້ລົມ ແລະ ຊີ້ນໍາຄືດັ່ງນີ້:
1.​ ໃຫ້ເລັ່ງຂອດການບໍລິການຜ່ານປະຕູດຽວດ້ວຍລະບົບທີ່ທັນສະໄໝວ່ອງໄວ ແລະ ກວດກາໄດ້ຄວາມຊັດເຈນ.
2. ຄວນໄດ້ຂື້ນແຜນຈັດສັນດິນ 8 ປະເພດໃຫ້ສໍາເລັດ.
3.​ ໃນການອອກ ໃບຕາດິນ ຊໍາຊ້ອນນັ້ນແມ່ນຄວນໄດ້ສືກສາອົບຮົມ ພະນັກງານ ຕື່ມອີກໃຫ້ ມີຄວາມຮັບຜິດຊອບສູງໃນການປະຕິ ບັດວຽກງານ.
4. ໃນການອອກ ໃບຕາດິນ ແມ່ນໃຫ້ອີງໃສກົດໝາຍ ແລະ ລະບຽບການຕ່າງໆເປັນຫຼັກ
5. ໃຫ້ເອົາໃຈໃສ່ໃນການ ຄຸ້ມຄອງສາງ, ຄຸ້ມຄອງສໍານວນຕາດິນ ໃຫ້ເປັນລະບຽບຕື່ມອີກ.
6. ຕ້ອງໃຫ້ມີລະບຽບໃນການຄຸ້ມຄອງອ້າຍພະນັກງານພາຍໃນ ພະແນກ ຕື່ມອີກ.
7. ໃຫ້ເອົາໃຈໃສ່ດ້ານສິ່ງແວດລ້ອມຕື່ມອີກ.
8. ສໍາຫຼັບວຽກງານການວັດແທກຕ່າງໆຂອງ ກົມທີ່ດິນ ຄວນມອບຄືນໃຫ້ທ້ອງຸຖິ່ນ.
9. ຄວນສົ່ງຕົວເລກສະຖິຕິໃນການອອກ ໃບຕາດິນ ໃຫ້ ກົມອາກອນ ເພື່ອຈັດເກັບລາຍຮັບໃຫ້ໄດ້ຕາມແຜນການ.
10. ຕໍ່ກັບບັນຫາການລົບລ້າງ ໃບຕາດິນ ນັ້ນຄວນສົ່ງໃຫ້ສານເປັນຜູ້ຕັດສິນ.

         ກອງປະຊຸມກໍ່ໄດ້ດໍາເນີນມາຮອດເວລາ 12:00 ໂມງ ຂອງວັນດຽວກັນກໍ່ໄດ້ປິດລົງ.