ໃນຕອນເຊົ້າວັນຈັນ, ວັນທີ 12 ສິງຫາ 2019 ທີ່ຫ້ອງປະຊຸມຊັ້ນ 03 ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ຮ່ວມກັນ ລະຫວ່າງ ຄະນະກວດສອບ ປະຈໍາ ພາກກາງ ຂອງ ອົງການ ກວດກາແຫ່ງລັດ ແລະ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານ ຮ່ວມ ລະຫວ່າງ ທ່ານ ວົງພະກອນ ໄຊສິດທິເດຊ໌ຮັກສາການ ປະທານ ອົງການ ກວດສອບ ປະຈໍາ ພາກກາາງ ແລະ ທ່ານ ບຸນມາ ເທບສົມບັດ ປະທານ ກວດກາ, ຮອງຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນ ຫຼວງວຽງຈັນ. ເຊິ່ງມີວິຊາການຈາກ ອົງການກວດສອບ ປະຈໍາ ພາກກາງ ແລະ ຄະນະປະສານງານຈາກ ພຊສ ນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດ 25 ທ່ານ.

        ທາງ ຄະນະກວດສອບ ດັ່ງກ່າວແມ່ນຈະໄດ້ລົງມາເຮັດວຽກຮ່ວມກັບ ຄະນະປະສານງານ ຂອງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ເຊິ່ງ ຈຸດປະສົງ ແມ່ນກວດກາໃນຄັ້ງນີ້ແມ່ນໃຫ້ຖືກຕ້ອງໄປຕາມແນວທາງຂອງ ພັກ-ລັດ ແລະ ໃຫ້ ຖືກຕ້ອງ ຕາມລະບຽບ ກົດໝາຍ.

        ເຊິ່ງເປົ້າໝາຍຂອງການກວດສອບຂອງຂົງເຂດເສດຖະກິດຂອງ ນະຄອນຫຼວງວຽງຈັນ ແມ່ນມີ 6 ເປົ້າໝາຍ ເຊັ່ນ: ພະແນ ການເງິນ ນະຄອນຫຼວງວຽງຈັນ, ພະແນກ ສ່ວຍສາ ອາ ກອນ ນະຄອນຫຼວງວຽງຈັນ, ພະ ແນກ ອຸດສາຫະກໍາ ແລະ ການຄ້າ, ພະແນກ ພະລັງງານ-ບໍ່ແຮ່, ພະແນກ ແຜນການ ແລະ ການລົງທືນ ນະຄອນຫຼວງວຽງຈັນ ແລະ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.

        ໃນການກວດສອບ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນ ຫຼວງວຽງຈັນ ໃນ ຄັ້ງນີ້ບັນຫາຫຼັກໆແມ່ນມີຄື: 

- ກວດສອບຄືນ ບົດສະຫຼຸບຂາດຕົວ ແລະ ຜົນຂອງການກວດສອບໃນສົກປີ 2017-2018 ໃນໄລຍະ ຜ່ານມາ.
- ໃນການອອກ ໃບຕາດິນ ແມ່ນຍັງບໍ່ທັນໄດ້ຈັດສັນດິນກ່ອນການອອກ ໃບຕາດິນ, ເນື່ອງຈາກວ່າຂາດງົບ ປະມານໃນການລົງຈັດສັນຈຸລະພາກຂັ້ນບ້ານ.
- ໂຄງການ ກໍ່ສ້າງຕືກຫຼັງໃໝ່ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ຍັງບໍ່ໄດ້ ສົມທົບກັບ ການປະເມີນມູນຄ່າການກໍ່ສ້າງຕືກລະອຽດ.
- ຜ່ານມາຫັນຈາກ ໂຄງການປັບປຸງຕໍ່ເຕີມຕືກເກົ່າຂອງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ນະຄອນຫຼວງວຽງຈັນ ມາເປັນ ວຽກງານອະນາໄມ, ປັບປຸງເດີນໃນການກໍ່ສ້າງຕືກ, ເອົານໍ້າ ແລະ ໄຟ ຟ້າ-ໝໍ້ແປງ ເຂົ້າໃສ່ ໂຄງການ ກໍ່ສ້າງຕືກຫຼັງ ໃໝ່ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ລວມ ມູນຄ່າທັງໝົດ: 4,99 ຕື້ ກີບ.
- ການອອກ ໃບຕາດິນ ໃຫ້ບຸກຄົນ ເກີນ 800 ຕາແມັດ, ຕາມໄດ້ກໍານົດໄວ້ໃນກົດໝາຍ.

         ໃນນີ້ ທາງ ພະແນກ ໄດ້ຊີ້ແຈງ 8 ບັນຫາທີ່ທາງ ຄະນະກວດສອບພາກກາງແມ່ນສາມາດແກ້ໄຂໄດ້ດັ່ງນີ້: ສາມາດແກ້ໄຂໄດ້ແລ້ວ 3 ບັນຫາ, ແກ້ໄຂຍັງບໍ່ຂາດຕົວ 2 ແລະ ຍັງຄ້າງ 3 ບັນຫາ ແລະ ຈະ ໄດ້ເຮັດວຽກ ແກ້ໄຂຮ່ວມກັນ ເພື່ອຈະໄດ້ອະທິບາຍຊີ້ແຈງໃຫ້ລະອຽດສັດ ເຈນເພື່ອຊອກຫາ ວິທີແກ້ໄຂບັນຫາໃຫ້ຖືກ ຕ້ອງພ້ອມທັງໃຫ້ໄປຕາມລະບຽບຫຼັກການ.

         ກອງປະຊຸມແມ່ນໄດ້ດໍາເນີນເປັນເວລາ ເຄິ່ງຕອນຈື່ງໄດ້ອັດລົງໃນວັນດຽວກັນ.