ໃນຕອນເຊົ້າວັນທີ 28 ສິງຫາ 2019 ທີ່ ວັດບ້ານບົວ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວລ້ອມ ນະຄອນຫລວງວຽງຈັນ ໄດ້ລົງສົມທົບ ກັບ ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ນາຊາຍທອງ ລົງມອບ ໃບຕາດິນ ຈໍານວນ 99 ໃບ ໃຫ້ແກ່ ປະຊາຊົນ ບ້ານບົວ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ນໍາພາລົງມອບໃນຄັ້ງນີ້ແມ່ນ ທ່ານ ຄໍາຕັນ ແກ້ວຫາວົງ ຮອງຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫວງວຽງຈັນ.

        ເນື່ອງຈາກວ່າໃນໄລຍະຜ່ານ ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງນາຊາຍທອງ ໄດ້ລົງສໍາຫຼວດ ແລະ ຂື້ນທະບຽນຕາດິນຢ່າງເປັນລະບົບຢູ່ ບ້ານບົວ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ທາງ ພຊສ.ນວ ຈື່ງໄດ້ລົງສົມທົບ ກັບ ຫຊສ ເມືອງນາຊາຍທອງ ລົງມອບ ໃບຕາດິນ ທີ່ໄດ້ຜ່ານການສໍາຫຼວດພິສູດຫຼັກຖານ, ຜ່ານຄະນະກໍາມະການແລ້ວຈື່ງໄດ້ເຊັນ ໃບຕາດິນ ສໍາເລັດແລ້ວຈື່ງໄດ້ນໍາໃບຕາດິນດັ່ງກ່າວລົງມາມອບໃຫ້ແກ່ ປະຊາຊົນ ບ້ານບົວ ຈໍານວນ 99 ໃບ ແລະ ຍັງຈະສືບຕໍ່ລົງມອບໃຫ້ແກ່ບ້ານດັ່ງກ່າວ ແລະ ບ້ານຕໍ່ໆໄປພາຍຫຼັງທີ່ໄດ້ສໍາເລັດແລ້ວ.