ໃນຕອນເຊົ້າວັນພຸດ ທີ 28 ສິງຫາ 2019 ນີ້ ທີ່ສະໂມສອນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດຂື້ນໃນຫົວຂໍ້ "ເສີມຂະຫຍາຍມູນເຊື້ອ 23 ສິງຫາ ຕິພັນກັບການແກ້ໄຂຂໍຂັດແຍ່ງທີ່ດິນ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ. ເຊິ່ງມີເຈົ້າເມືອງ, ຮອງເຈົ້າເມືອງ, ຫົວໜ້າ ພະແນກ, ຮອງຫົວໜ້າ ພະແນກ ອ້ອມຂ້າງ ນະຄອນຫລວງວຽງຈັນ, ມີຫົວໜ້າ ຫ້ອງການ, ຮອງຫົວໜ້າ ຫ້ອງການອ້ອມຂ້າງ ເມືອງໄຊເສດຖາ ຕະຫລອດຮອງພະນັງານບໍານານ ແລະ ນາຍບ້ານອ້ອມຂ້າງເມືອງໄຊເສດຖາ ມີຜູ້ເຂົ້າຮ່ວມທັງໝົດ 171 ຄົນ.


         ເພື່ອຫລັງທີ່ປະທານກອງປະຊຸມໄດ້ກ່າວຈຸດປະສົງແລ້ວ ທ່ານ ບຸນທາມ ພຸດທະວົງສາ ກໍ່ໄດ້ຍົກໃຫ້ເຫັນບັນຫາ ແລະ ວຽກງານຄຸ້ມຄອງບໍລິຫານທີ່ດິນໂດຍຍົກໃຫ້ເຫັນ 3 ບັນຫາໃຫຍ່ຄື: 1. ສະພາບການຄຸ້ມຄອງທີ່ດິນຕັ້ງແຕ່ປົດປ່ອຍແຕ່ປີ 1975 ຫາ ປະຈຸບັນ (2019) ໂດຍໄດ້ແບ່ງອອກເປັນ 3 ໄລຍະຂອງການຄຸ້ມຄອງຄື ແຕ່ປີ 1975 ຫາ 1997 , ແຕ່ປີ 1997 ຫາປີ 2007 ແລະ ແຕປີ 2007 ຫາປະຈຸບັນ (2019), 2. ຂໍ້ຂັດແຍ່ງກ່ຽວກັບທີ່ດິນໃນປະຈຸບັນໂດຍສັງລວມໄດ້ 3 ກໍລະນີໃຫຍ່ຄື: ຂໍ້ຂັດແຍ່ງ ລະຫວ່າງ ບຸກຄົນ ກັບ ບຸກຄົນ, ບຸກຄົນ ກັບ ນິຕິບຸກຄົນ ແລະ ຂໍ້ຂັດແຍ່ງ ລະຫວ່າງ ກັບອົງການຈັດຕັ້ງ, 3. ມາດຕະການແກ້ໃນຕໍ່ໜ້າ 12 ຂໍ້ທີ່ໄດ້ລາຍງານຜ່ານມຢູ່ ກອງປະ ຊຸມ ສະພາ ປະຊາຊົນ ນະຄອນຫລວງວຽງ ສະໄໝສາມັນເທື່ອທີ່ 7 ສະພາ ປະຊາຊົນ ຊຸດທີ 1 ນະຄອນຫລວງວຽງຈັນ.
         ຕໍ່ຈາກນັ້ນ ທ່ານ ຖະໜອມ ທໍາທອງ ເຈົ້າເມືອງ ໄຊເສດຖາ ກໍ່ໄດ້ເລົ່າມູນເຊື້ອລະນຶກວັນຢືດອໍານາດ 23 ສິງຫາ ຄົບຮອບ 44 ປີ ແລະ ວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 69 ປີ.
         ທ້າຍນີ້ ທ່ານ ປະທານ ກໍ່ໄດ້ມີຄໍາເຫັນ ແລະ ກ່າວ ປິດກອງປະຊຸມ ຢ່າງເປັນທາງການໃນເວລາ 12:00 ໂມງ ຂອງວັນດຽວກັນ.