ໃນຕອນເຊົ້າ ວັນສຸກ, ວັນທີ 06 ກັນຍາ 2019, ຢູ່ທີ່ຫ້ອງປະຊຸມຊັ້ນ 04 ຫ້ອງວ່າການ ປົກຄອງ ນະຄອນຫຼວງວຽງຈັນ, ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດ ພິທີປະກາດການຈັດຕັ້ງຂື້ນ, ໂດຍພາຍໃຕ້ ການເປັນ ປະທານຮ່ວມ ລະຫວ່າງ ທ່ານ ລາດຊະນີວົງ ອຳມະຣາທິທາດາ ຄະນະປະຈຳ ພັກ, ປະທານກວດກາພັກ-ລັດ  ນະຄອນຫລວງວຽງຈັນ ແລະ ທ່ານ ໄຊຍະເວດ ວິໄຊ ຄະນະປະຈຳພັກ ກະຊວງ, ຫົວຫນ້າ ກົມຈັດຕັ້ງ ແລະ ພະນັກງານ, ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແແວດລ້ອມ, ມີ ທ່ານ ເຈົ້າເມືອງ-ຮອງ ເຈົ້າເມືອງ, ຫົວໜ້າ ພະແນກ-ຮອງພະແນກການ ອ້ອມຂ້າງ ນະຄອນຫຼວງວຽງຈັນ, ນອກນັ້ນຍັງມີພະນັກງານ-ລັດຖະກອນ ພາຍໃນ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.ພ້ອມດ້ວຍຫົວໜ້າ ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ 09 ເມືອງ ຂອງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

        ໃນພິທີດັ່ງກ່າວ ທ່ານ ນາງ ດຳດວນ ຮອງຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ.ໄດ້ຂຶ້ນຜ່ານ ຂໍ້ຕົກລົງ  ຂອງທ່ານ ຮອງ ເຈົ້າຄອງ ນະຄອນຫຼວງວຽງຈັນ.ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າ ພະແນກຊັບພະຍາກອນທຳທະຊາດແລະສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ຫົວໜ້າຄະແໜງ,ຮອງຂະແໜງອ້ອມຂ້າງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ ໂດຍແຕ່ງຕັ້ງ:  ທ່ານ ປອ ແອງພອນ ແພງສຸວັນ  ຈາກ ກົມຊັບພະຍາກອນນໍ້າ ມາເປັນ ຮອງ ພະແນກ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.ແຕ່ງຕັ້ງແລະຍົກຍ້າຍຫົວໜ້າຂະແໜງ,ຮອງຫົວໜ້າຂະແໜງ 06 ທ່ານ ຈາກ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ  ລ້ອມ ນະຄອນຫຼວງວຽງຈັນ ໄປປະຈໍາການຢູ່ ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ  ເມືອງ ແລະ ແຕ່ງຕັ້ງ ຫົວໜ້າ ຂະແໜງ 08 ຂະແໜງ ອ້ອມຂ້າງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ຈໍານວນ 26 ທ່ານ.
        ໃນຕອນທ້າຍຂອງພິທີກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມ ແລະໃຫ້ທິດຊີ້ນຳ ຂອງ ທ່ານ ຄະນະປະທານ ກອງປະຊຸມ.ກ່ອນອື່ນໝົດ ທ່ານ ໄດ້ເໜັ້ນໜັກ ໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຈົ່ງ ເອົາໃຈໃສ່ ໃນໜ້າທີ່ວິຊາສະເພາະຂອງຕົນ,ຕ້ອງຊື່ສັດບໍລິສຸດ ຕໍ່ພັກ-ລັດ,ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະແມ່ນ ການປະກອບສ່ວນຮັບໃຊ້ປະຊາຊົນດ້ວຍຄວາມຈິງໃຈ,ຕ້ອງຖືເອົາຜົນປະໂຫຍດ ສ່ວນລວມ ສູງກ່ວາ ຜົນປະໂຫຍດສ່ວນຕົວ. 

       ພາຍຫຼັງໄດ້ຮັບຟັງການໂອ້ລົມຂອງ ທ່ານປະທານ ກອງປະຊຸມແລ້ວ  ທ່ານ ປອ ແອງພອນ ແພງສຸວັນ  ຕາງໜ້າ ໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ໃນຄັ້ງນີ້ ຂື້ນຮັບຄໍາໂອລົມ ຈາກທ່ານ ປະທານ ກອງປະຊຸມແລະຈະນຳເອົາຄຳໂອ້ລົມດັ່ງກ່າວມາມູນໃຊ້ ເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ປະກົດຜົນເປັນຈິງ.

        ກອງປະຊຸມໄດ້ດໍາເນີນມາຮອດເວລາ 10:30 ໂມງ ຂອງວັນທີ 06 ກັນຍາ 2019 ຈື່ງໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ.