ໃນຕອນແລງ ຂອງວັນທີ 23 ຕຸລາ 2019 ຢູ່ທີ່ ຫ້ອງປະຊຸມ ຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ໄດ້ຈັດພິທີປະກາດຊັບຊ້ອນແຕ່ງຕັ້ງ ພະນັກງານ ວິຊາການໄປ ປະຈຳ ຢູ່ແຕ່ລະ ຂະແໜງ ຢູ່ພາຍໃນ ພະ ແນກ ພຊສ.ນວ ຂຶ້ນ. ພາຍໃຕ້ການເປັນປະທານ ຂອງ  ທ່ານ ບຸນທາມ  ພຸດທະວົງສາ ຫົວໜ້າ ພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.  ມີຄະນະພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ  ແລະ ພະນັກງານລັດຖະກອນເຂົ້າຮວ່ມ.

     ໃນພິທີ ທ່ານ ນາງ ສຸລິນທອນ ຮອງຫົວໜ້າ ຂະແໜງ ຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ  ສະບັບ ເລກທີ 9878/ພຊສ, ລົງວັນທີ 23 ຕຸລາ 2019. ວ່າດ້ວຍການຍົກຍ້າຍພະນັກງານວິຊາການ ແຕ່ລະຂະແໜງການ ແລະ  ຜ່ານຂໍ້ຕົກ ລົງ ສະບັບ ເລກທີ 9879/ພຊສ, ລົງວັນທີ 23 ຕຸລາ 2019 ວ່າດ້ວຍການຊັບຊ້ອນ ແຕ່ງຕັ້ງ ພະນັກງານ ວິຊາການ ປະຈຳ ຢູ່ແຕ່ລະຂະແໜງ.