ໃນຕອນເຊົ້າຂອງ ວັນທີ 25 ທັນວາ 2019  ເວລາ 8:30 ໂມງ ໄດ້ເປີດ ກອງປະຊຸມໃຫ່ຍຊາວໜຸ່ມພະແນກ ພຊສ.ນວ ຂື້ນຢູ່ ພະແນກ ຊັບພະຍາກອນທໍາມະຊາດສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ບຸນທາມ ພຸດທະວົງສາ ແລະ ທ່ານ ນາງສຸມາລີ ທໍາມະວົງ ກໍາມະການ ສູນກາງຊາວໜຸ່ມ, ເລຂາ ຊາວໜຸ່ມ ນະຄອນຫຼວງວຽງຈັນ ມີແຂກຖືກເຊີນ ແລະ ຊາວໜູ່ມພາຍໃນ ພະແນກ ເຂົ້າຮ່ວມ, ເຊິ່ງຜູ້ເຂົ້າຮ່ວມກອງປະຊຸມທັງໝົດແມ່ນ 146 ສະຫາຍ ຍີງ 60 ສະຫາຍ             ໃນກອງປະຊຸມ ຄັ້ງນີ້ມີຜູ້ລົງສະມັກເປັນ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຈໍານວນ 09 ສະຫາຍ, ເລືອກເອົາ 07 ສະຫາຍ.ໃນກອງປະຊຸມ ຍັງໄດ້ມີພິທີມອບໃບຍ້ອງຍໍໃຫ້ແກ່ ຄະນະບໍລິຫານງານຊາວໜຸ່ມ ຊຸດເກົ່າ ແລະ ຮັບຄະນະຊຸດໃຫ່ມ ຢ່າງເປັນທາງການ.