ໃນຕອນເຊົ້າຂອງວັນທີ 05 ມັງກອນ 2020 ຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບຂະແໜງອ້ອມຂ້າງ, ຫຊສ ເມືອງ ໄຊທານີ ແລະ ອຳນາດການປົກຄອງ ບ້ານ ໄຊສະຫວ່າງ ນະຄອນຫຼວງວຽງຈັນ ໄດ້ລົງຕິດຕາມກວດກາວຽກງານສິ່ງແວດລ້ອມ ບໍລິສັດ ໜາມໝາກຈັບວຽງຄຳ ຈຳກັດ ການລົງຕິດຕາມກວດກາໃນຄັ້ງນີ້ ເພື່ອໃຫ້ຜູ້ປະກອບການດຳເນີນກິດຈະການຂອງຕົນໃຫ້ເປັນມິດຕໍ່່ ສິ່ງແວດລ້ອມ ແລະ ຊຸມຊົນ 


  ຕາມການລາຍງານຂອງເຈົ້າຂອງບໍລິສັດ ແມ່ນບໍ່ໄດ້ຜະລິດສິນຄ້າ ພຽງແຕ່ຂາຍເຄື່ອງທົ່ວໄປເຊັ່ນ ຕາໜ່າງລວດໜາມເຫຼັກ, ສັງກະສີ, ເຫຼັກເສັ້ນ, ໜາມໝາກຈັບ ດັ່ງນັ້ນຈຶ່ງບໍ່່ມີຜົນກະທົບຕໍ່ສິ່ງ

ແວດລ້ອມ. ມີພະນັກງານທັງໝົດ 10 ຄົນ.

ຜ່ານການລົງຕິດຕາມກວດກາຕົວຈິງ ພາຍໃນບໍລິສັດ ວິຊາການສິ່ງແວດລ້ອມໄດ້ແນະນຳຜູ້ປະກອບການມີດັ່ງນີ:

- ແນະນຳໃຫ້ບໍລິສັດຕໍ່ອະນຸຍາດສິ່ງແວດລ້ອມຕື່ມໃຫ້ຖືກຕ້ອງຕາມລະບຽບການ. ເພື່ອເປັນບ່ອນອີງໃນການລົງຕິດຕາມກວດກາໃນຄັ້ງຕໍ່ໄປ