ໃນວັນທີ 19 ກຸມພາ 2020  ຂະແໜງຕິດຕາມກວດກາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບຄະນະທີມງານຂະແໜງອ້ອມຂ້າງ, ຫຊສເມືອງ ໄຊທານີ ແລະ ອຳນາດການປົກຄອງບ້ານ ໂຄກສະອາດ ໄດ້ລົງຕິດຕາມກວດກາໂຮງງານຜະລິດປຸຍຊີວະພາບ ແອວຊີຊີ ຈຳກັດ.ນອນໃນເຂດນິຄົມອຸດສາຫະກຳທີ່ຂຶ້ນກັບພະແນກອຸດສາຫະກຳການຄ້າ ນວ.

- ຜ່ານການລົງຕິດຕາມກວດກາຕົວຈີິງພ້ອມກັບຄະນະກຳມະການເຫັນວ່າ ໂຮງງານປະກອບມີ ຫ້ອງການໜຶ່ງຫຼັງອາຄານພ້ອມເຄື່ອງຈັກປະສົມວັດຖຸດິບ+ບ່ອນບົມປຸຍໜຶ່ງຫຼັງ. ສ່ວນການເກັບມ້ຽນວັດຖຸດິບແມ່ນປະໄວ້ໃນລານດິນ ບໍ່ມີມີອາຄານປ້ອງກັນ.

- ສ່ວນເອກະສານໃນການດຳເນີດກິດຈະການແມ່ນມີໃບທະບຽນວິສາຫະກິດ. ໃບຢ້ງຢືນສິ່ງແວດລ້ອມແມ່ນໄດ້ໝົດກຳນົດແລ້ວ

  • ຂໍ້ແນະນະດ້ານວິຊາການສິ່ງແວດລ້ອມ ທີ່ໂຮງງານຕ້ອງໄດ້ປັບປຸງມີຄື:-

- ແນະນຳໃຫ້ເຈົ້າຂອງໂຮງງານສ້າງແຜນບົດລາຍງານສິ່ງແວດລ້ອມ

- ແນະນຳໃຫ້ບໍລິສັດສ້າງອາຄານເພື່ອເກັບມ້ຽນວັດຖຸດິບ. ພ້ອມນີ້ກໍ່ໃຫ້ປູກຕົ້ກໄມ້ເພື່ອສ້າງໃຫ້ມີພື້ນທີ່ສີຂຽວຕື່ມເພື່ອປ້ອງກັນຝຸ່ນລະອອງ

- ແນະນຳໃຫ້ເຈົ້າຂອງໂຮງງານປະກອບເອກະສານເພື່ອຂໍຕໍ່ໃບອະນຸຍາດທາງດ້ານສິ່ງແວດລ້ອມກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ

  • ພາກສະເໜີຂອງໂຮງງານ ມີແຜນຈະສ້າງໂຮງງານໃຫ້ມີຄວາມສະດວກປອດໄພ

ດັ່ງນັ້ນ ຄະນະທີມທາງຈຶ່ງໄດ້ເຮັດບົດບັນທຶກເພື່ອເປັນບ່ອນອີງໃນການລົງຕິດຕາມໃນຄັ້ງຕໍ່ໄປ.