ໃນຕອນເຊົ້າຂອງວັນທີ 20 ກຸມພາ 2020 ຂະແໜງຕິດຕາມກວດກາຊັບພະຍາກອນຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບຄະນະທີມງານຂະແໜງອອ້ມຂ້າງ, ຫຊສ ເມືອງ ໄຊທານີ ແລະ ອຳນາດການປົກຄອງບ້ານ ນາຜາສຸກ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມກວດກາວຽກງານສິ່ງແວດລ້ອມ ຂອງບໍລິສັດວິດສໂປຊິວິດ ຈຳກັດ ເພື່ອເກັບກຳຂໍ້ມູນສະພາບການດຳເນີງານຕົວຈິງ ນຳມາເປັນບ່ອນອີງໃນການວາງມາດຕາການຫຼຸດຜ່ອນ ແລະ ແກ້ໄຂ ຊ່ວຍຜູ້ພັດທະນາໂຄງການ, ທັງເປັນການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ. 

  • ຜ່ານການລົງກວດກາພື້ນທີ່ຕົວຈິງເຫັນວ່າບໍລີສັດນີ້ຫາກໍ່ເລີ່ມສ້າງຕັ້ງໃນປີ 2019 ມີອາຄານ 01 ຫຼັງ ແລະ ບໍເກັບນໍ້າ 01 ອ່າງປະມານ 20*30 ເລີກ 04 ແມັດ ມີເຄື່ອງຈັກ 02 ໜ່ວຍ ມີພະນັກງານປະຈຳຢູ່ 01 ທ່ານ. ສ່ວນເອກະສານແມ່ນທາງບໍລິສັດຍັງບໍ່ມີໃຫ້ທາງຄະນະທີມງານເຮົາເທື່ອ ບໍລິສັດ ຈະສົ່ງໃຫ້ພາຍຫຼັງ
  • ສ່ວນສະພາບຕົວຈິງໃນປັດຈຸບັນແມ່ບໍ່ມີຜົນກະທົບຫັຍງ ເນື່ອງຈາກບໍລິສັດຍັງບໍ່ທັນໄດ້ດຳເນີນກິດຈະການ ແລະ ຍັງຊອກຕະຫຼາດບໍ່ທັນໄດ້ເທື່ອ
  • ຂໍ້ແນະນຳທາງດ້ານວິຊາການສິ່ງແວດລ້ອມ ມີດັ່ງນີ້:
  • - ແນະນຳໃຫ້ບໍລິສັດກ໋ອບປີ້ເອກະສານທີ່ອອກອາຍຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ສົ່ງໃຫ້ຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຊ້າສຸດບໍ່ໃຫ້ກາຍທີ 03 ມີນາ 2020
  • - ແນະນຳໃຫ້ບໍລິສັດຕິດກົງເຕີນໍ້າ ເພື່ອຕິດຕາມປະລິມານການນຳໃຊ້ນຳໃຕ້ດິນ
  • - ແນະນຳໃຫ້ບໍລິສັດເຮັດບົດລາຍງານແຜນການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ປະຈຳ 6 ເດືອນ ແລະ 1 ປີ ສົ່ງໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ແວດລ້ອມເມືອງ 1 ຫົວ ແລະ ນາຍບ້ານ 1 ຫົວ