ໃນຕອນເຊົ້າ ຂອງວັນທີ 21 ກຸມພາ 2020 ຄະນະທີມງານຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມສົມທົບກັບຂະໜງອ້ອມຂ້າງ, ຫຊສ ເມືອງ ໄຊທານີ ແລະ ອຳນາດການປົກຄອງບ້ານ ໜອງໂນ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມກວດກາ ບໍລິສັດໄຮນິເກັນ ເພື່ອໃຫ້ຜູ້ປະກອບກິດຈະການດຳເນີນການຜະລິດໃຫ້ເປັນມິດຕໍ່ສິ່ງແວດລ້ອມ ແລະ ສັງຄົມ

 ຜ່ານການລົງກວດກາຕົວຈິງຂອງບໍລິສັດ ຄະນະະວິຊາການສິ່ງແວດລ້ອມໄດ້ມີຄຳແນະນຳ ເພື່ອໃຫ້ບໍລິສັດໄດ້ປັບປຸງມີດັ່ງນີ້

- ແນະນຳໃຫ້ບໍລິສັດເຮັດບົດລາຍງານແຜນຄຸ້ມຄອງ ແລະ ຕິດຕາມສິ່ງແວດລ້ອມປະຈຳ 2 ຄັ້ງຕໍ່ປີ ແລ້ວສົ່ງໃຫ້ຂະແໜງຕິດຕາມກວດກາສິ່ງແວດລ້ອມ ຢ່າງເປັນປົກກະຕິ

- ແນະນຳໃຫ້ບໍລິສັດມີແຜນຂະຫຍາຍອ່າງຮັບບຳບັດນໍ້າເປື້ອນຈາກຂະບວນການຜະລິດຂອງໂຮງງານເພື່ອຫຼຸດຜ່ອນຄວາມສ່ຽງທີ່ຈະເກີດຂຶ້ນຕໍ່ສິ່ງແວດລ້ອມ ແລະ ທຳມະຊາດໃນຕໍ່ໜ້າ

ດັ່ງນັ້ນຄະນະກຳມະການຈຶ່ງໄດ້ເຮັດບົດບັນທຶກກັບຮ່ວມກັບບໍລິສັດ ເພື່ອເປັນບ່ອນອີງໃນການລົງຕິດຕາມກວດກາໃນຄັ້ງຕໍ່ໄປ.