ໃນຕອນເຊົ້າ ເວລາ 8:30 ຂອງວັນອັງຄານ, ວັນທີ 03 ມີນາ 2020 ທີ່ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເຜີຍແຜ່ເອກະສານ ອອກ ບັດພະນັກງານ ລັດຖະກອນພາຍໃນ ພະແນກ ຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ບຸນທາມ ພຸດທະວົງສາ ຫົວໜ້າພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ຮ່ວມກັບ ທ່ານ ກາບແກ້ວ ນາມມະຈັກ ຮອງຫົວໜ້າ ພະແນກ ພາຍໃນ ນະຄອນຫຼວງວຽງຈັນ ເຊີ່ງມີພະນັກງານລັດຖະກອນ ຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດ 117 ທ່ານ, ຍິງ 51 ທ່ານ.