ໃນຕອນເຊົ້າຂອງວັນພຸດ ວັນທີ 04 ມີນາ 2020 ທີ່ ຫ້ອງວ່າການ ປົກຄອງ ເມືອງໄຊທານີ  ໄດ້ເປີດກອງປະຊຸມເຜີຍແຜ່ຄຳສັ່ງ ເຈົ້າຄອງ ນະຄອນຫຼວງວຽງຈັນ  ສະບັບ ເລກທີ 001/ຈນວ, ລົງວັນທີ 07 ກຸມພາ 2020. ວ່າດ້ວຍຫ້າມຈູດຂີ້ເຫຍື້ອຊະຊາຍ ໂດຍໃຫ້ກຽດເປັນ ປະທານ ຂອງທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງ ເມືອງ ໄຊທານີ ຮ່ວມກັບ ທ່ານ ປອ ແອ໋ງພອນ ແພງສຸວັນ ຮອງຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊີ່ງມີພະນັກງານຫຼັກແຫຼ່ງຫ້ອງການອ້ອມຂ້າງ ແລະ ບ້ານທົ່ວເມືອງໄຊທານີ ເຂົ້າຮ່ວມ.