ໃນຕອນເຊົ້າຂອງວັນທີ 04 ມີນາ 2020 ຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບ ຂະແໜງອ້ອມຂ້າງ, ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ໄຊເສດຖາ ແລະ ອຳນາດການປົກຄອງບ້ານ ໂຊກໄຫຍ່, ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມກວດກາບໍລິສັດ ແວດໂຊລາວ ຈຳກັດຜູ້ດຽວ ເພື່ອເຮັດໃຫ້ເຈົ້າຂອງບໍລິສັດດຳເນີນຂະບວນການໃນການຜະລິດ ເປັນມິດຕໍ່ສີ່ງແວດລ້ອມ ແລະ ຊຸມຊົນ.

      ຜ່ານການດຳເນີນການຕິດຕາມກວດກາສີ່ງແວດລ້ອມພາກສະໜາມດັ່ງກ່າວ, ທັງສອງຝ່າຍໄດ້ຕົກລົງເຫັນດີບັນທຶກບັນຫາທີ່ພົບເຫັນ ຈາກການລົງຕິດຕາມກວດກາສີ່ງແວດລ້ອມ ແລະ ຂໍ້ສະເໜີກ່ຽວກັບການແກ້ໄຂ ແລະ ປັບປຸງບັນຫາທີ່ພົບເຫັນຄືດັ່ງລຸ່ມນີ້:

        - ບັນຫາທີ່ພົບເຫັນໃນພາກສະໜາມ: ກີ່ນຂິວ, ຄວັນ, ສຽງດັງ ( ປະລິມານໜ້ອຍ), ເສດເຫຼັກຈາກການຕັດ, ແຜນເຈຍເຫຼັກ, ທູບຈອດເຫຼັກ ແລະ ສີ່ງເສດເຫຼືອຈາກການຊົມໃຊ້ຂອງກຳມະກອນ ແລະ ນຳ້ເປື້ອນຈາກການຊົມໃຊ້ຂອງກຳມະກອນ.

         - ບັນຫາທີ່ໄດ້ປຶກສາຫາລືຮ່ວມກັນ: ແນະນຳ ໃຫ້ບໍລິສັດເຮັດບໍ່ລະບົບອ່າງບຳບັດນຳ້ສໍາຮອງເພີ່ມຕື່ມເປັນອ່າງທີ່ສອງ ກ່ອນປ່ອຍອອກສູ່ແຫຼ່ງສາທາລະນະ; ແນະນຳ ໃຫ້ມີການຕິດຕັ້ງເຄື່ອງວັດແທກປະລິມານການນຳໃຊ້ນຳ້ໃຕ້ດິນ ເພື່ອຂໍອອກໃບຢັ້ງຢືນການນຳໃຊ້ນຳ້ໃຫ້ຖືກຕ້ອງຕາມລະບຽບການ; ແນະນຳ ໃຫ້ບໍລິສັດເຮັດສັນຍາໃນການກຳຈັດສີ່ງເສດເຫຼືອ ກັບ ຄບຕ; ແນະນຳ ໃຫ້ບໍລິສັດຂຽນບົດລາຍງານແຜນການຄຸ້ມຄອງຕິດຕາມກວດກາສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ພ້ອມແຜນການຄຸ້ມຄອງການນຳໃຊ້ນຳ້ ສົ່ງໃຫ້ຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ.

          - ການມີຄຳເຫັນ ແລະ ຄຳສະເໜີຂອງເຈົ້າຂອງໂຄງການ: ທາງບໍລິສັດແມ່ນເຫັນດີ ປະຕິບັດຕາມການແນະນຳຂອງຄະນະວິຊາການ.

         ຫຼັງຈາກນັ້ນ ຄະນະວິຊາການ ໄດ້ເຮັດບົດບັນທຶກຮ່ວມກັບບໍລິສັດ ເພື່ອເປັນບ່ອນອີງໃນການລົງຕິດຕາມກວດກາໃນຄັ້ງຕໍ່ໄປ.