ໃນຕອນເຊົ້າຂອງວັນພຸດ ວັນທີ 18 ມີນາ 2020 ເລວາ 9:30 ຂະແໜງ ຕິດຕາມ ກວດກາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບຂະແໜງອອ້ມຂ້າງ ຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອຫຼວງວຽງຈັນ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງນາຊາຍທອງ ແລະ ອຳນາດການປົກຄອງບ້ານ ອີ່ໄລໃຕ້ ເມືອງນາຊາຍ ທອງ ນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມກວດກາ ບໍລິສັດ ລາວຊຽງຊີ ເປເປີ ຄອນເທັນເນີ ຈຳກັດຜູ້ດຽວ ເພື່ອໃຫ້ຜູ້ປະກອບກິດຈະ ການດຳເນີນຂັ້ນຕອນການຜະລິດ ໃຫ້ເປັນມິດຕໍ່ສິ່ງແວດລ້ອມ ແລະ ຊຸມຊົມ.

      ຜ່ານການລົງຕິດຕາມກວດກາຕົວຈິງຄະນະທີມງານໄດ້ແນະນຳ ທາງບໍລິສັດ ມີດັ່ງນີ້: 

-ແນະນຳໃຫ້ເຈົ້າຂອງກິດຈະການເພີ່ມເນື້ອທີ່ອ່າງບຳບັດນໍ້າເປື້ອນພາຍໃນໂຮງງານຂຶ້ນຕື່ມອີກເພື່ອຮອງຮັບນໍ້າໃນລະດູຝົນກ່ອນຈະປ່ອຍ ອອກສູ່ທຳມະຊາດຕ້ອງຜ່ານການກວດກາຄຸນນະພາບນໍ້າໃຫ້ຢູ່ໃນລະດັບມາດຕະຖານ

-ແນະນຳໃຫ້ບໍລິສັດຕິດກົງເຕີນໍ້າເພື່ອຕິດຕາມປະລິມານການນໍາໃຊ້ນໍ້າໃຕ້ດິນພາຍໃນໂຮງງານທັງເປັນບ່ອນອີງໃນການຄິດໄລ່ເພື່ອປະກອບສ່ວນເສຍພັນທະເຂົ້າງົບປະມານຂອງລັດ.

ຫຼັງຈາກນັ້ນຄະນະທີມງານຈຶ່ງໄດ້ລົງຄຳເຫັນເປັນເອກະພາບ ແລະ ເຮັດບົດບັນທຶກຮ່ວມກັບບໍລິສັດ ເພື່ອເປັນບ່ອນອີງໃນການລົງຕິດຕາມ ກວດກາໃນຄັ້ງຕໍ່ໄປ.