ໃນຕອນເຊົ້າວັນທີ 13 ມີນາ 2020 ຄະນະທີມງານ ຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບຂະແໜງອອ້ມຂ້າງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ນາຊາຍທອງ ແລະ ອຳນາດການປົກຄອງບ້ານ ດົງຫຼວງ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມກວດກາ ບໍລິສັດ ມ໋ອງໂດຢາກິລາວ ຈຳກັດ ( ຊາກຸລະ ) ເພື່ອໃຫ້ຜູ້ປະກອບກິດຈະການດຳເນີນຂັ້ນຕອນການຜະລິດໃຫ້ເປັນມິດຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ. 

ຜ່ານການລົງຕິດຕາມກວດກາຕົວຈິງ ຄະນະທີມງານວິຊາການໄດ້ແນະນຳທາງບໍລິສັດ ມີດັ່ງນີ້:

- ແນະນຳໃຫ້ບໍລິສັດເຮັດບົດລາຍງານແຜນຄຸ້ມຄອງແລະ ຕິດຕາມກວດກາສິ່ງແວດລ້ອມສັງຄົມ ແລະ ທຳມະຊາດປະຈຳ 6 ເດືອນ ແລະ 1 ປີສົ່ງໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ 

- ແນະນຳໃຫ້ບໍລິສັດຕິດຕັ້ງກົງເຕີ ເພື່ອຕິດຕາມປະລິມານການນຳໃຊ້ນໍ້າໃຕ້ດິນ

- ແນະນຳໃຫ້ບໍລິສັດສ້າງແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ເພື່ອສະເໜີຂໍອອກໃບຢັ້ງຢືນສິ່ງແວດລ້ອມຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.