ໃນຕອນເຊົ້າວັນທີ 13 ມີນາ 2020 ຄະນະທີມງານ ຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບຂະແໜງອອ້ມຂ້າງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ສີໂຄດຕະບອງ ແລະ ອຳນາດການປົກຄອງບ້ານ ໃໝ່ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມກວດກາ ບໍລິສັດ ບໍລິສັດປີໂປທາວ ຜະລິດຢາງປຣາສະຕິກ ເພື່ອໃຫ້ຜູ້ປະກອບກິດຈະການດຳເນີນຂັ້ນຕອນການຜະລິດໃຫ້ເປັນມິດຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ. 

ຜ່ານການລົງຕິດຕາມກວດກາຕົວຈິງ ຄະນະທີມງານວິຊາການໄດ້ແນະນຳທາງບໍລິສັດ ມີດັ່ງນີ້:

  • ແນະນຳໃຫ້ທາງບໍລິສັດເອົາໃຈໃສ່ກ່ຽວກັບການພັກເຊົາຂອງກຳມະກອນເຂົ້າ-ອອກໃຫ້ແຈ້ງອຳນາດການປົກຄອງບ້ານຕາມລະບຽບການ ແລະ ໃຫ້ເອົາໃຈໃສ່ກ່ຽວກັບການການບຳບັດອ່າງນໍ້າເລື້ອຍໆບໍ່ໃຫ້ເກີດເປັນແຫຼ່ງເພາະພັນຍຸງລາຍ.
  • ແນະນຳໃຫ້ບໍລິສັດຕິດຕັ້ງກົງເຕີນໍ້າເພື່ອຕິດຕາມປະລິມານການນຳໃຊ້ນໍ້າໃຕ້ດິນ.
  • ແນະນຳໃຫ້ທາງບໍລິສັດເຮັດບົດລາຍງານການຈັດຕັ້ງປະຕິບັດແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມສັງຄົມທຳມະຊາດ ເປັນປະຈຳ6 ເດືອນ ແລະ 1 ປີ ສົ່ງໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ.
  • ແນະນຳໃຫ້ທາງບໍລິສັດປະກອບເອກະສານຂໍອອກໃບຢັ້ງຢືນສິ່ງແວດລ້ອມຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.

   ຫຼັງຈາກນັ້ນຄະນະທີມທາງຈຶ່ງໄດ້ສ້າງບົດບັນທຶກຮ່ວມກັບບໍລິສັດ ເພື່ອເປັນບ່ອນອີງໃນການລົງຕິດຕາມຄັ້ງຕໍ່ໄປ.