ໃນຕອນເຊົ້າວັນທີ 12 ມີນາ 2020 ຄະນະທີມງານ ຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບ ກັບ ຂະແໜງອອ້ມຂ້າງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ນາຊາຍທອງ ແລະ ອຳນາດ ການປົກ ຄອງບ້ານ ດົງຫຼວງ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມກວດກາ ບໍລິສັດ ເຄບີຢາກິ ເພື່ອໃຫ້ຜູ້ປະກອບກິດຈະ ການດຳເນີນຂັ້ນຕອນການຜະລິດໃຫ້ເປັນມິດຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ. 

        ສ່ວນໃຫ່ຍບໍລິສັດຜະລິດເສື້ອສູດສຳເລັດຮູບ ຂາຍສົ່ງອອກນອກປະເທດ ສ່ວນວັດຖຸດິບທີ່ນຳເຂົ້າໃນຂະບວນການຜະລິດແມ່ນນຳ ເຂົ້າຈາກຕ່າງປະເທດເຊິ່ງມີພະນັກງານທັງໝົດ 300 ຄົນ.

        ຜ່ານການລົງຕິດຕາມກວດກາຕົວຈິງ ຄະນະທີມງານວິຊາການໄດ້ແນະນຳທາງບໍລິສັດ ມີດັ່ງນີ້:

  • ແນະນຳໃຫ້ບໍລິສັດເຮັດບົດລາຍງານການຈັດຕັ້ງປະຕິບັດແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມສັງຄົມທຳມະຊາດ ເປັນປະຈຳ6 ເດືອນ ແລະ 1 ປີ ສົ່ງໃຫ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ.
  • ແນະນຳໃຫ້ບໍລິສັດປະກອບເອກະສານໃຫ້ຄົບຖ້ວນຕາມຂັ້ນຕອນເພື່ອສະເໜີຂໍອອກໃບຢັ້ງຢືນຮັບຮອງເອົາແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ຈາກ ພະແນກຊັບພະຍາກອນ ຕາມລະບຽບການກຳນົດໄວ້. ທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.
  • ແນະນຳໃຫ້ບໍລິສັດສ້າງອ່າງບຳບັດນໍ້າເປື້ອນໃຫ້ໄດ້ມາດຕະຖານ ແລະ ບຳບັດນໍ້າກ່ອນປ່ອຍລົງສູ່ແຫຼ່ງນໍ້າທຳມະຊາດ.

          ຫຼັງຈາກນັ້ນຄະນະທີມທາງຈຶ່ງໄດ້ສ້າງບົດບັນທຶກຮ່ວມກັບບໍລິສັດ ເພື່ອເປັນບ່ອນອີງໃນການລົງຕິດຕາມຄັ້ງຕໍ່ໄປ.