ໃນຕອນເຊົ້າ ວັນສຸກ ວັນທີ 08 ພຶດສະພາ 2020 ທີ່ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2020,

ພ້ອມທັງສ້າງຂະບວນຍົກລະດັບຄວາມຮູ້ຄວາມສາມາດ ຕິດພັນກັບ ຂະບວນການຮັກຊາດ ແລະ ພັດທະນາ ຄັ້ງທີ II ປະຈຳປີ 2020 ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ປອ ແອ໋ງພອນ ແພງສຸວັນ ຮອງຫົວ ໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມີຂະແໜງອ້ອມຂ້າງເຂົ້າຮ່ວມ 17 ທ່ານ ຍິງ 9 ທ່ານ.