ໃນຕອນແລງ ວັນອັງຄານ ວັນທີ 12 ພຶດສະພາ 2020 ເວລາ 15:30 ທີ່ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດພິທີມອບໃບຍ້ອງຍໍຄຸນງາມຄວາມດີ ໃຫ້ແກ່

ບໍລິສັດ ກຣິດຕິພົງກຼບ ຈຳກັດ ທີ່ໄດ້ປະກອບສ່ວນສະໜັບສະໜູນຄອມພິວເຕີໂນດບຸກ ຍີ່ຫໍ້ HP Envy13-aq1023 TX Natural Silver ຈຳນວນ 03 ໜ່ວຍ ໃຫ້ແກ່ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ເຊິ່ງມອບໂດຍ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ຂຶ້ນຮັບໃບຍ້ອງຍໍໂດຍ ທ່ານ ນາງ ອໍລະໄທ ສັນຕິພົງຄາ ປະທານບໍລິສັດ ທີ່ໄດ້ປະກອບສ່ວນສະໜັບສະໜູນຄອມພິວເຕີໂນດບຸກ ຍີ່ຫໍ້ HP Envy13-aq1023 TX Natural Silver ຈຳນວນ 03 ໜ່ວຍ ໃຫ້ແກ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.