ໃນຕອນບ່າຍຂອງວັນທີ 19 ພຶດສະພາ 2020 ທີ່ຫ້ອງປະຊຸມ ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ສັງທອງ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບໃບຍ້ອງຍໍ ແລະ ໃບຢັ້ງຢືນການຜ່ານງານ ໃຫ້ພະນັກງານ ອາສາສະໝັກ ຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ສັງທອງ ຈຳນວນ 13 ທ່ານ, ຍິງ 5 ທ່ານ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ແກ້ວ ພົມມະລາດ, ຮອງເຈົ້າເມືອງ ເມືອງ ສັງທອງ, ມີຕາງໜ້າຈາກ ຫ້ອງການ ກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ຕາງໜ້າຈາກພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ພ້ອມທັງຕາງໜ້າຈາກ ຫ້ອງການອ້ອມຂ້າງ ພາຍໃນ ເມືອງ ສັງທອງ, ພະນັກງານຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ສັງທອງ ແລະ ພະນັກງານ ອາສາສະໝັກເຂົ້າຮ່ວມ.

ທ່ານ ພັນຕີ ພິນສະຫວັນ ຫົວໜ້າ ຈັດຕັ້ງ ເມືອງ ສັງທອງ ກໍ່ໄດ້ຂຶ້ນຜ່ານເອກະສານແຈ້ງການ ສະບັບເລກທີ 3116/ພຊສ, ລົງວັນທີ 20 ພຶດສະພາ 2020 ຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເລື່ອງ ໃຫ້ພະນັກງານອາສາສະໝັກຢຸດເຊົາມາເຮັດວຽກ ແລະ ທ່ານ ບົວຈັນ ຂຸນໄຊ ຫົວໜ້າຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ສັງທອງ, ກໍ່ໄດ້ຜ່ານຂໍ້ຕົກລົງສະບັບເລກທີ 2980/ພຊສ ລົງວັນທີ 18 ພຶດສະພາ 2020 ວ່າດ້ວຍການຢັ້ງຢືນການຜ່ານງານຂອງພະນັກງານ ອາສາສະໝັກທີ່ຮັບໃຊ້ວຽກງານ ໃນພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 9 ຕົວເມືອງ. ຈາກນັ້ນ ກໍ່ໄດ້ມີການມອບໃບຍ້ອງຍໍ ແລະ ມອບໃບຜ່ານງານ ໃຫ້ບັນດາ ພະນັກງານອາສາສະໝັກ ເປັນກຽດຂຶ້ນມອບໂດຍ ທ່ານ ນາງ ແກ້ວ ພົມມະລາດ, ຮອງເຈົ້າເມືອງ ເມືອງ ສັງທອງ. ໃນຕອນທ້າຍ ທ່ານ ຮອງເຈົ້າເມືອງ ເມືອງ ສັງທອງ ກໍ່ໄດ້ສະແດງຄວາມຊົມເຊີຍ ມາຍັງບັນດາ ອ້າຍນ້ອງ ອາສາສະໝັກ ທີ່ໄດ້ມີຄວາມຕັດສິນໃຈປະກອບສ່ວນທາງດ້ານຄວາມຮູ້ຄວາມສາມາດ ແລະ ສະຕິປັນຍາເຂົ້າໃນວຽກງານ ທີ່ອົງການຈັດຕັ້ງມອບໝາຍໃຫ້ຢ່າງມີຄວາມຮັບຜິດຊອບສູງ ເຮັດໃຫ້ວຽກງານຢູ່ໃນຂົງເຂດ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮັບຜົນສຳເລັດຫຼາຍດ້ານ ໂດຍສະເພາະວຽກງານ ການສຳຫຼວດວັດແທກອອກໃບຕາດິນ ແລະ ວຽກງານອື່ນໆ. ນອກນັ້ນ ທ່ານ ຮອງເຈົ້າເມືອງ ກໍ່ຍັງໄດ້ໃຫ້ທິດຊີ້ນຳ ຕໍ່ພະນັກງານລັດຖະກອນ ຂອງ ຫ້ອງການ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ສູ້ຊົນບຸກບືນ ໃນການເຮັດວຽກ, ຮັດແໜ້ນຄວາມສາມັກຄີ ແລະ ຕັດສິນໃຈສູງ ໃນການແກ້ໄຂວຽກງານຕາມສິດ ແລະ ໜ້າທີ່ຂອງຕົນ ທີ່ໄດ້ຮັບຜິດຊອບໃຫ້ມີຜົນສຳເລັດເປັນຢ່າງສູງ. www.monre.gov.la