ໃນຕອນເຊົ້າ ວັນພະຫັດ ເວລາ 8 ໂມງ 00 ຂອງວັນທີ 04 ມິຖຸນາ 2020  ໜ່ວຍພັກ ຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ ໄດ້ຈັດ ກອງປະຊຸມ ສະຫຼຸບວຽກງານ ປະຈຳ ປີ 2019 ແລະ ທິດທາງແຜນການ 5 ປີ (2020-2025) ທີ່ຫ້ອງປະຊຸມ

ຊັ້ນ 03 ຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານ ຂອງ ສະຫາຍ ບຸນມາ ເທບສົມບັດ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ນະຄອນຫຼວງວຽງຈັນ ມີສະມາຊິກພັກພາຍໃນຂະແໜງ ແລະ ບັນດາຂະແໜງທີ່ຂຶ້ນກັບຄະນະພັກຮາກຖານ ພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໂດຍມີສະມາຊິກພັກເຂົ້າຮ່ວມທັງໝົດ 21 ສະຫາຍ.