ນຕອນເຊົ້າວັນເສົາ ຂອງວັນທີ 06 ມິຖຸນາ 2020 ເວລາ 6 ໂມງ 00 ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດພິທີ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ, ວັນສິ່ງແວດລ້ອມແຫ່ງຊາດ, ວັນປູກຕົ້ນໄມ້ແຫ່ງຊາດ ແລະ ເປີດໂຄງການ: ຂຽວ-ສະອາດ-ງາມຕາ ພ້ອມດຽວກັນນັ້ນກໍ່ໄດ້ປູກຕົ້ນໄມ້ຈຳນວນ 200 ຕົ້ນພາຍໃນ

ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໂດຍມີທ່ານ ປອ ສິນລາວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ສົມມາດ ພົລເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ເຈົ້າເມືອງ ເມືອງໄຊທານີ, ທ່ານ ຫົວໜ້າກົມ ທີ່ດິນ,  ທ່ານ ຫົວໜ້າ ພະແນກ ຮອງພະແນກ ແລະ ຂະແໜງອ້ອມ  ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຂົ້າຮ່ວມປູກຕົ້ນໄມ້ເພື່ອເປັນທີ່ລະນຶກ ແລະ ໃຫ້ເປັນປ່າປົກຫຸ້ມທີ່ເປັນສີຂຽວອີກດ້ວຍ.