ໃນຕອນເຊົ້າວັນສຸກ, ວັນທີ 19 ມິຖຸນາ 2019 ທີ່ຫ້ອງປະຊຸມຊັ້ນ 02 ຂອງພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ຮ່ວມກັນ ລະຫວ່າງ ອົງການກວດສອບປະຈໍາພາກກາງ ກັບ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.

         ພາຍໃຕ້ການເປັນປະທານ ຮ່ວມ ລະຫວ່າງ ທ່ານ ວົງພະກອນ ໄຊສິດທິເດຊ໌ ຮັກສາການ ປະທານ ອົງການກວດສອບປະຈໍາພາກກາງ ແລະ ທ່ານ ບຸນມາ ເທບສົມບັດ ປະທານກວດກາ, ຮອງຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ມີຜູ້ເຂົ້າຮ່ວມຈາກສອງພາກສ່ວນທັງໝົດ 23 ທ່ານ, ເຊິ່ງຄະນະດັ່ງກ່າວແມ່ນຈະໄດ້ເຮັດວຽກຮ່ວມ ແລະ ມາປະຈໍາເຮັດວຽກກັບ ຄະນະປະ ສານງານຂອງ ພະແນກ ຊັບພະຍາ ກອນທໍາມະຊາດ ແລະສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເປັນເວລາ 8 ວັນ.