ໃນຕອນເຊົ້າ ວັນຈັນ ເວລາ 8 ໂມງ 00 ຂອງວັນທີ 22 ມິຖຸນາ 2020  ທີ່ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມທາບທາມເອົາບຸກຄະລາກອນ ຮອບທີ I ແລະ ຮອບທີ II ຂອງຕອນບ່າຍວັນດຽວກັນ ເພື່ອກະກຽມໃສ່ກອງປະຊຸມໃຫ່ຍຄັ້ງທີ II ຂອງຄະນະພັກຮາກຖານ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຮ່ວມກັນຂອງ ສະຫາຍ ລາດຊະນີວົງ ອະມະຣະທິທາດາ ກຳມະ ການປະຈຳພັກ, ປະທານ ຄະນະກວດກາພັກ-ປະທານ ອົງການກວດກາລັດ ນະຄອນຫຼວງວຽງຈັນ ແລະ ສະຫາຍ ບຸນທາມ ພຸດທະວົງສາ ກຳມະການພັກ ນະຄອນຫຼວງວຽງຈັນເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມີສະມາຊິກພັກເຂົ້າຮ່ວມໃຊ້ສິດປະຊາທິປະໄຕໃນຄັ້ງນີ້ຈຳນວນ 122 ເປັນຍິງ 43 ສະ ຫາຍ.