ໃນຕອນເຊົ້າວັນພຸດ ຂອງວັນທີ 01 ກໍລະກົດ 2020 ເວລາ 08:30 ທີ່ຫ້ອງການພາກສະໜາມ ຂອງຄະນະແກ້ໄຂທີ່ດິນເຂດສະຫງວນສອງຟາກຖະໜົນວຽງຈັນ 450 ປີ (ບໍລິສັດ ກຸ່ມດວງຈະເລີນ ກໍ່ສ້າງ ຈຳກັດ), ໄດ້ຈັດກອງປະຊຸມຂຶ້ນໂດຍພາຍ ໃຕ້ການເປັນປະທານ ຂອງ ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຊີ້ນຳວຽກງານແກ້ໄຂທີ່

ດິນເຂດສະຫງວນສອງຟາກຖະໜົນວຽງຈັນ 450 ປີ, ໂດຍມີ ຄະນະສະເພາະກິດກວດກາ ແລະ ແກ້ໄຂທີ່ດິນທາງ 450 ປີ ຈາກອົງການກວດກາລັດຖະບານ, ອົງການກອດສອບແຫ່ງລັດ, ສຳນັກງານນາຍົກລັດຖະມົນຕີ, ຮອງເຈົ້າເມືອງຫາດຊາຍຟອງ, ຫົວ ໜ້າ ຫ້ອງວ່າການ ນະຄອນຫຼວງວຽງຈັນ, ປະທານບໍລິສັດ ກຸ່ມດວງຈະເລີນ ກໍ່ສ້າງ ຈຳກັດ, ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ໄຊທານີ, ທິມງານວິຊາການປະຈຳພາກສະໜາມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 18 ທ່ານ.

     ເຊິ່ງການລົງຢ້ຽມຢາມ ຂອງ ທ່ານ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ໃນຄັ້ງນີ້ ກໍ່ເພື່ອຊີ້ນຳ-ນຳພາ ການແກ້ໄຂບັນຫາທີ່ດິນ ທີ່ຖືກໂຄງການກໍ່ສ້າງຖະໜົນວຽງຈັນ 450 ປີ ໂດຍສະເພາະແມ່ນ ຜູ້ທີ່ຍັງບໍ່ທັນຮັບເອົາຄ່າຊົດເຊີຍ ຈຳນວນ 93 ຕອນ, ເຊິ່ງແຕ່ລະສະຫາຍແຕ່ລະພາກສ່ວນກໍ່ໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາຕໍ່ກອງປະຊຸມໃນຄັ້ງນີ້ ເພື່ອເຮັດແນວໃດໃຫ້ບັນ ຫາດັ່ງກ່າວໄດ້ຮັບການແກ້ໄຂ ໃຫ້ສຳເລັດໂດຍໄວ ພາຍໃນເດືອນ ສິງຫາ 2020 ນີ້.