ໃນຕອນແລງ ວັນພະຫັດ ວັນທີ 02 ມິຖຸນາ  2020 ເວລາ 15:30 ທີ່ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດພິທີມອບໃບຍ້ອງຍໍຄຸນງາມຄວາມດີໃຫ້ແກ່ ບໍລິສັດ ກຣິດຕິພົງກຼຸບ ຈຳກັດ  ແລະ ໂຮງແຮມແລນມາກ ທີ່ໄດ້ປະກອບສ່ວນສະໜັບສະໜູນປຶ້ມ ຈຳນວນ 250 ຫົວ.

ໃຫ້ແກ່ບັ້ນກະກຽມດຳເນີນກອງປະຊຸມໃຫ່ຍ ຄັ້ງທີ II ຂອງຄະນະພັກຮາກຖານ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ, ເຊິ່ງມອບໃບຍ້ອງຍໍໂດຍ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພະແນກ ຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ຂຶ້ນຮັບໃບຍ້ອງຍໍໂດຍ ທ່ານ ນາງ ອໍລະໄທ ສັນຕິພົງຄາ ປະທານບໍລິສັດ ກຣິດຕິພົງກຼຸບ