ໃນຕອນເຊົ້າວັນພະຫັດ ຂອງວັນທີ 09 ມິຖຸນາ 2020 ເວລາ 08 ໂມງ 30 ນາທີ ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມຝຶກອົບຮົມວຽກງານເກັບກຳຂໍ້ມູນການປະເມີນຄວາມສ່ຽງ ແລະ ຄວາມບອບບາງ ຈາກການປ່ຽນແປງດິນຟ້າອາກາດ ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ແອງພອນ ແພງສຸວັນ ຮອງຫົວໜ້າ

ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ຜູ້ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີ 15 ທ່ານ ຍິງ 02 ທ່ານຈາກຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 9 ເມືອງ ຂອງນະຄອນຫຼວງວຽງຈັນ