ໃນຕອນເຊົ້າວັນທີ 26 ມິຖຸນາ 2020 ຄະນະທີມງານ ຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບຂະແໜງອອ້ມຂ້າງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ໄຊທານີ ແລະ ອຳນາດການປົກຄອງບ້ານ ໂຄກສະຫ່ວາງ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມກວດກາ ບໍລິສັດ ພີທີທີ ລາວ ຈຳກັດ  ເພື່ອໃຫ້ຜູ້ປະກອບກິດຈະການດຳເນີນຂັ້ນຕອນການຜະລິດໃຫ້ເປັນມິດຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ. 

ຜ່ານການລົງຕິດຕາມກວດກາຕົວຈິງ ເຫັນວ່າບໍລິສັດດັ່ງກ່າວບໍ່ມີຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ  ມີຄວາມເປັນລະບຽບ ແລະ ມີມາດຕະຖານສູງພໍສົມຄວນ