ໃນເວລາ 2 ໂມງ 00 ນາທີ ຂອງວັນພຸດ, ວັນທີ 29 ກໍລະກົດ 2020 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມປຶກສາຫາລືທາງດ້ານວິຊາການສຶກສາຜົນກະທົບຕໍ່ສິ່ງແວດລ້ອມເບື້ອງຕົ້ນຂອງ ບໍລິສັດຫຼຽນໂຖງ ອຸດສາຫະກຳ ຈຳກັດຜູ້ດຽວ ທີ່ເປັນໂຮງງານຜະລິດທໍ່ຢາງ ແລະ ແຜ່ນຢາງກັນຊຶມ, ທີ່ຕັ້ງຢູ່

ບ້ານໂພນສະຫວັນ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ປອ ແອງພອນ ແພງສຸວັນ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມີຜູ້ຕາງໜ້າຈາກພະແນກ ອຸດສາຫະກຳການຄ້າ ນະຄອນຫຼວງວຽງຈັນ, ພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ, ບາງຂະແໜງທີ່ກ່ຽວຂ້ອງທີ່ຂຶ້ນກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ອຳນາດການປົກຄອງບ້ານ ໂພນສະຫວັນ  ເປັນຈຳນວນພົນທັງໝົດ 15 ທ່ານ ຍິງ 6 ທ່ານ ເຂົ້າຮ່ວມຄົ້ນຄ້ວາພິຈາລະນາດ້ວຍຄວາມຮັບຜິດຊອບສູງ ແລະ ກອງປະຊຸມນີ້ໄດ້ແນະນຳໃຫ້ເຈົ້າຂອງບໍລິສັດປັບປຸງຄືນກ່ຽວກັບວິທີບຳບັດນໍ້າເສຍ, ຈຳກັດຂີ້ເຫື້ອຍ, ຄວັນ ແລະ ກິ່ນ ຢູ່ໃນລະດັບມາດຖານສາກົນ ແລະ ຮັບປະກັນ ບໍ່ໃຫ້ມີສະພາບແວດລ້ອມທີ່ເປັນຜົນກະທົບຕໍ່ສັງຄົມ ແລະ ຊຸມຊົນນັ້ນຢ່າງເດັດຂາດ.