ໃນຕອນແລງ ຂອງວັນທີ 04 ສິງຫາ 2020 ເວລາ 13 ໂມງ 30 ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມ ພິຈາລະນາຜົນງານການຄັດເລືອກຍ້ອງຍໍ 05 ປີ ຂອງ ພະນັງານລັດຖະກອນ ພາຍໃນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ

ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງວຽງຈັນ ໂດຍມີຄະນະພະແນກ ແລະ ຫົວໜ້າຂະແໜງ, ຮອງຂະແໜງອ້ອມຂ້າງເຂົ້າຮ່ວມ