ໃນຕອນແລງວັນສຸກທີ 14 ສິງຫາ 2020 ທີ່ຫ້ອງປະຊຸມຊັ້ນ 01 ພະແນກ ແຜນການ ແລະ ການລົງທືນ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທືນ ຂັ້ນນະຄອນຫຼວງວຽງຈັນ (ຄລທ.ນວ) ຄັ້ງທີ 41 ເພື່ອພິຈາລະນາການສະເໜີຂໍອະນຸຍາດລົງທືນຂອງເອກະຊົນພາຍໃນ ແລະ ຕ່າງປະເທດຢູ່ ນະຄອນຫຼວງວຽງຈັນ ໂດຍການ

ເປັນປະທານຂອງ ທ່ານ ພູໂຂງ ບັນນະວົງ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ໂດຍຜ່ານລະບົບ Video Conference ເຊິ່ງມີພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ, ເຊິ່ງພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໂດຍແມ່ນ ປອ ແອງພອນ ແພງສຸວັນ ຮອງຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ຮອງຫົວໜ້າຂະແໜງ ສິ່ງແວດລ້ອມ ແລະ ຮອງຫົວໜ້າຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ຂອງ ພຊສ.ນວ ກໍ່ໄດ້ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ.