ໃນຕອນແລງວັນພະຫັດທີ 13 ສິງຫາ 2020 ທີ່ຜ່ານມາ ທ່ານ ສົມາດ ພົນເສນາ ລັດຖະມົນຕີ ກຊສ ພ້ອມດ້ວຍຮອງລັດຖະມົນ ຕີ ແລະ ຫົວໜ້າກົມ, ຮອງຫົວໜ້າກົມພ້ອມດ້ວຍຄະນະ ແລະ ມີ ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງ

ນະຄອນຫຼວງວຽງຈັນ ພ້ອມດ້ວຍ ຮອງຫົວໜ້າ ຫ້ອງວ່າການ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ, ລົງຢ້ຽມຍາມ ແລະ ຊີ້ນໍາວຽກຢູ່ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດຕ້ອນຮັບ ແລະ ເປີດກອງຊຸມຕ້ອນຮັບເຊິ່ງແມ່ນ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພຊສ.ນວ ມີຮອງຫົວໜ້າ ພຊສ.ນວ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ ແລະ ສະມາຊິກພັກພາຍໃນ ພຊນ.ນວ ໃຫ້ກຽດຕ້ອນຮັບ ແລະ ເຂົ້າຮ່ວມກອງປະຊຸມຊີ້ນໍາວຽກໃນຄັ້ງນີ້.
        ເຊິ່ງໃນກອງປະຊຸມໃນຄັ້ງນີ້ກໍ່ແມ່ນ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພຊສ.ນວ ໄດ້ຂື້ນລາຍງານສະພາບລວມຂອງ ພຊສ.ນວ ແລະ ມີ ທ່ານ ສີວິໄຊ ວົງສາລີ ໄດ້ຂື້ນລາຍງານກ່ຽວສະພາບການອອກ ໃບຕາດິນ ແລະ ການນໍາໃຊ້ລະບົບການຄຸ້ມຄອງການອອກ ໃບຕາດິນ ຢູ່ ນະຄອນຫຼວງວຽງຈັນ, ຈາກນັ້ນບັນດາຫົວໜ້າກົມ, ຮອງກົມ ກໍ່ໄດ້ຂື້ນຊີ້ນໍາແຕ່ລະວຽກງານ.
         ໃນຕອນທ້າຍໃນທີ່ປະຊຸມກໍ່ໄດ້ຮັບການຊີ້ນໍາຈາກ ທ່ານ ສົມາດ ພົນເສນາ ລັດຖະມົນຕີ ກຊສ ແລະ ທ່ານອາດສະພັງທອງ ສີພັນດອນ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ເຊິ່ງກອງປະຊຸມກໍ່ໄດ້ດໍາເນີນໄປຈົນຮອດເວລາ 16:30 ນາທີ ຈື່ງໄດ້ປິດລົງຢູ່ຈົບງາມ.