ພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2022, ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 23 ປີ ແລະ ວັນສິ່ງແວດລ້ອມໂລກ ຄົບຮອບ 50 ປີ
ໃນຕອນເຊົ້າ ວັນພຸດ ວັນທີ 01 ມິຖຸນາ 2022 ເວລາ 06:00 ໂມງ ຢູ່ທີ່ສວນພຶກສາສາດ ບ້ານດົງໝາກຄາຍ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2022, ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 23 ປີ ແລະ ວັນສິ່ງແວດລ້ອມໂລກ ຄົບຮອບ 50 ປີ ພາຍໃຕ້ຄຳຂວັນ ໂລກມີພຽງໜຶ່ງດຽວ Only One Earth
ພຊສ.ນວ ເຂົ້າຮ່ວມຂະບວນການແຂ່ງຂັນກິລາເປຕັງ ຊິງຂັນທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ
ໃນວັນສຸກ ຂອງວັນທີ 27 ພຶດສະພາ 2022 ທີມນັກກິລາເປຕັງຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເຂົ້າຮ່ວມຂະບວນການແຂ່ງຂັນກິລາເປຕັງ ຊິງຂັນທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ຢູ່ທີ່ ສະໜາມກິລາເປຕັງບຶງຂະຫຍອງ ນະຄອນຫຼວງວງຈັນ
Read more: ພຊສ.ນວ ເຂົ້າຮ່ວມຂະບວນການແຂ່ງຂັນກິລາເປຕັງ ຊິງຂັນທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ
ກອງປະຊຸມທາບທາມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ
ໃນຕອນເຊົ້າ ຂອງວັນພຸດ ວັນທີ 25 ພຶດສະພາ 2022 ເວລາ 08:00 ທີ່ຫ້ອງປະຊຸມຊັ້ນ 3 ຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດພິທີທາບທາມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໂດຍໃຫ້ກຽດເປັນປະທານຮ່ວມ ຂອງ ທ່ານ ບຸນໜາ ຜາທຸມມະ
ກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານສຳຄັນ
ໃນຕອນບ່າຍ ວັນອັງຄານ ວັນທີ 24 ພຶດສະພາ 2022 ເວລາ 14:00 ໂມງ ທີ່ ຫ້ອງປະຊຸມຊັ້ນ 3 ຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມເຜີຍແຜ່ເຊື່ອມຊຶມບັນດາເອກະສານ, ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ຄຳແນະນຳ ວ່າດ້ວຍການຈັດຕັ້ງຜົນຂະຫຍາຍຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 190/ຄລສພ
ພິທີມອບເງິນຊຸກຍູ້ວັນປູກຕົ້ນໄມ້ແຫ່ງຊາດ 01 ມິຖຸນາ
ໃນຕອນບ່າຍ ວັນອັງຄານ ວັນທີ 24 ພຶດສະພາ 2022 ເວລາ 15:00 ໂມງ ທີ່ ຫ້ອງປະຊຸມຊັ້ນ 2 ຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ມີພິທີມອບເງິນຊຸກຍູ້ວັນປູກຕົ້ນໄມ້ແຫ່ງຊາດ 01 ມິຖຸນາ, ຕິດພັນກັບວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ: ໂດຍແມ່ນບໍລິສັດ ລຸຊີວຟາມາຊຶທິໂກ ໄດ້ມອບງົບປະມານຈຳນວນໜຶ່ງໃຫ້ແກ່ ພະແນກ
Page 1 of 33