ສະມາຊິກສະພາແຫ່ງຊາດ ລົງພົບປະໂອ້ລົມພະນັກງານຫຼັກແຫລ່ງ ຢູ່ ພຊສ.ນວ.
ໃນຕອນບ່າຍ ຂອງວັນຄານ ວັນທີ 8 ກຸມພາ 2022 ເວລາ 13:30 ນາທີ ຢູ່ທີ່ຫ້ອງປະຊຸມ ຊັ້ນ 03 ຂອງພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ໄດ້ຕ້ອນຮັບສະມາຊິກສະພາແຫ່ງຊາດຊຸດທີ IX ປະຈໍາ ເຂດເລືອກ
Read more: ສະມາຊິກສະພາແຫ່ງຊາດ ລົງພົບປະໂອ້ລົມພະນັກງານຫຼັກແຫລ່ງ ຢູ່ ພຊສ.ນວ.
ພິທີມອບໃບຕາດິນໃຫ້ເຈົ້າຂອງສິດນຳໃຊ້ທີ່ດິນ
ໃນຕອນເຊົ້າຂອງວັນທີ 26 ມັງກອນ 2022 ເລວາ 9:00 ໂມງ ຢູ່ທີ່ ຫ້ອງການ ບ້ານນາຄວາຍ, ເມືອງໄຊທານີ, ນະຄອນຫລວງວຽງຈັນ. ໄດ້ຈັດພິທີມອບ ໃບຕາດິນ ໃຫ້ເຈົ້າຂອງສິດນຳໃຊ້ທີ່ດິນໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຄຳປະດິດ ເຂັມມະນິດ, ກຳມະການພັກນະຄອນຫຼວງ, ເລຂາພັກເມືອງ, ເຈົ້າເມືອງໄຊທານີ, ທ່ານ ບຸນຊົມ ຊົງວິໄລ, ກຳມະການພັກນະຄອນຫຼວງ. ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ທ່ານ ພູນສະຫວັດ ສຸພິດາ, ຮອງຫົວໜ້າກົມທີ່ດິນ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ມີຫົວໜ້າຫ້ອງການຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ເມືອງໄຊທານີ ພ້ອມນາຍ ບ້ານນາຄວາຍ, ບ້ານໂພນແພງ, ບ້ານຫົວຂົວ, ບ້ານຫົວນາ, ບ້ານນາຄັນທຸງ, ບ້ານນາໂງມໃຫມ່, ບ້ານນາໂງມເກົ່າ ແລະ ບ້ານນາຕານ ພ້ອມດ້ວຍ ປະຊາຊົນບ້ານເຂົ້າຮ່ວມ.
ພຊສ ນວ ເຂົ້າອວຍພອນ ສູນພັດທະນາ ຜູ້ເສຍອົງຄະ 489 ຂຸດສາມບາດ
ໃນວັນຕອນເຊົ້າ ຂອງວັນທີ 19 ມັງກອນ 2022 ຫົວໜ້າ, ຄະນະພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກ ເຂົ້າອວຍພອນສູນພັດທະນາຜູ້ເສຍ ອົງຄະ 489 ຂຸດສາມບາດ ພ້ອມທັງມອບເຄື່ອງບໍລິໂພກຈຳນວນໜຶ່ງ ເພື່ອເປັນການປະກອບສ່ວນຊຸກຍູ້ກອງທັບ.
Read more: ພຊສ ນວ ເຂົ້າອວຍພອນ ສູນພັດທະນາ ຜູ້ເສຍອົງຄະ 489 ຂຸດສາມບາດ
ອວຍພອນ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ
ເນື່ອງໃນໂອກາດວັນທີ 20 ມັງກອນ ມາບັນຈົບຄົບຮອດ 73 ປີ. ຫົວໜ້າ, ຄະນະພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຂະແໜງ 8 ຂະແໜງ ເຂົ້າອວຍພອນ ກອງບັນຊາການ ທະຫານນະຄອນຫຼວງວຽງຈັນ ໃນວັນທີ 18 ມັງກອນ 2022 . ພ້ອມທັງມອບເຄື່ອງບໍລິໂພກຈໍານວນໜຶ່ງ ເພື່ອເປັນການປະກອບສ່ວນຊຸກຍູ້ກອງທັບ.
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການຕິດຕາມກວດກາຄຸນນະພາບນໍ້າ ປະຈຳປີ 2021
ໃນຕອນເຊົ້າ ຂອງອັງຄານ ວັນທີ 18 ມັງກອນ 2022 ເວລາ 08 ໂມງ 00 ນາທີ ຢູ່ທີ່ຫ້ອງປະຊຸມ ຊັ້ນ 3 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ. ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການ
Read more: ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການຕິດຕາມກວດກາຄຸນນະພາບນໍ້າ ປະຈຳປີ 2021
Page 4 of 33