ພຊສ.ນວ ລົງຕິດຕາມກວດກາວຽກງານສິ່ງແວດລ້ອມ ບໍລິສັດ ພີທີທີ ລາວ ຈຳກັດ
ໃນຕອນເຊົ້າວັນທີ 26 ມິຖຸນາ 2020 ຄະນະທີມງານ ຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບຂະແໜງອອ້ມຂ້າງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ໄຊທານີ ແລະ ອຳນາດການປົກຄອງບ້ານ ໂຄກສະຫ່ວາງ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມກວດກາ ບໍລິສັດ ພີທີທີ ລາວ ຈຳກັດ ເພື່ອໃຫ້ຜູ້ປະກອບກິດຈະການດຳເນີນຂັ້ນຕອນການຜະລິດໃຫ້ເປັນມິດຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ.
Read more: ພຊສ.ນວ ລົງຕິດຕາມກວດກາວຽກງານສິ່ງແວດລ້ອມ ບໍລິສັດ ພີທີທີ ລາວ ຈຳກັດ
ພຊສ.ນວ ລົງຕິດຕາມກວດກາວຽກງານສິ່ງແວດລ້ອມ ບໍລິສັດ ເວດໂປຼເຊີວິດສ໌
ໃນຕອນເຊົ້າວັນທີ 19 ມິຖຸນາ 2020 ຄະນະທີມງານ ຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ສົມທົບກັບຂະແໜງອອ້ມຂ້າງ, ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ໄຊທານີ ແລະ ອຳນາດການປົກຄອງບ້ານ ນາຜາສຸກ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມກວດກາ ບໍລິສັດ ເວດໂປຼເຊີວິດສ໌ ເພື່ອໃຫ້ຜູ້ປະກອບກິດຈະການດຳເນີນຂັ້ນຕອນການຜະລິດໃຫ້ເປັນມິດຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ.
Read more: ພຊສ.ນວ ລົງຕິດຕາມກວດກາວຽກງານສິ່ງແວດລ້ອມ ບໍລິສັດ ເວດໂປຼເຊີວິດສ໌
ກອງປະຊຸມຝຶກອົບຮົມວຽກງານເກັບກຳຂໍ້ມູນການປະເມີນຄວາມສ່ຽງ ແລະ ຄວາມບອບບາງ ຈາກການປ່ຽນແປງດິນຟ້າອາກາດ
ໃນຕອນເຊົ້າວັນພະຫັດ ຂອງວັນທີ 09 ມິຖຸນາ 2020 ເວລາ 08 ໂມງ 30 ນາທີ ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມຝຶກອົບຮົມວຽກງານເກັບກຳຂໍ້ມູນການປະເມີນຄວາມສ່ຽງ ແລະ ຄວາມບອບບາງ ຈາກການປ່ຽນແປງດິນຟ້າອາກາດ ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ແອງພອນ ແພງສຸວັນ ຮອງຫົວໜ້າ
ກອງປະຊຸມປຶກສາຫາລືວຽກງານ ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ໃນເວລາ 08 ໂມງ 00 ນາທີ ຫາ 16 ໂມງ 00 ຂອງວັນຈັນ, ວັນທີ 07 ກໍລະກົດ 2020 ຄະນະນຳ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເຂົ້າຮ່ວມກອງປະຊຸມທາງໄກໂດຍ ຜ່ານລະບົບ Video Conference ທີ່ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ກຽດເປັນປະທານ ຂອງ ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຊິ່ງມີບັນດາກົມທີ່ຂຶ້ນກັບກະຊວງ
Read more: ກອງປະຊຸມປຶກສາຫາລືວຽກງານ ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ກອງປະຊຸມປຶກສາຫາລືກ່ຽວກັບການສ້າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ( ແຕ່2020-2025 )
ໃນຕອນເຊົ້າ ວັນຈັນ ເວລາ 8 ໂມງ 30 ນາທີ ຂອງວັນທີ 06 ມິຖຸນາ 2020 ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມປຶກສາຫາລືກ່ຽວກັບການສ້າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (ແຕ່2020-2025) ຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໂດຍການເປັນ ປະ ທານຂອງທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມີຄະນະພະແນກ ແລະ ຄະນະຂະແໜງ 8 ຂະແໜງທີ່ຂຶ້ນກັບ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເຂົ້າຮ່ວມມີຈຳນວນ 21 ທ່ານ.
Read more: ກອງປະຊຸມປຶກສາຫາລືກ່ຽວກັບການສ້າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ( ແຕ່2020-2025 )
Page 15 of 33