ໃນຕອນເຊົ້າຂອງວັນທີ 25 ກຸມພາ 2020 ຄະນະທີມງານ ຂະແໜງ ຕິດຕາມກວດກາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ພຊສ.ນວ ສົມທົບ ກັບ ຂະແໜງອ້ອມຂ້າງ, ຫຊສ ເມືອງ ໄຊທານີ ແລະ ອຳນາດການປົກຄອງ ບ້ານສະພັງຄະນົງ, ເມືອງໄຊທານີ ນະຄອນຫຼວງວຽງຈັນ

ໄດ້ລົງຕິດຕາມກວດກາຊຸກຍູ້ ບໍລິສັດອົບຂີ້ເບຍ ມ່ວນຊົນ ດຳເນີນຂັ້ນຕອນການຜະລິດໃຫ້ເປັນມິດຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ

  ໂຮງງານ ມີການເຄື່ອນໄຫວອົບຂີ້ເບຍແຫ້ງ ໄດ້ 03 ປີ ໂດຍນຳໃຊ້ວັດຖຸດິບຈາກໂຮງງານເບຍມາອົບໃຫ້ແຫ້ງ ແລ້ວຂາຍໃຫ້ ບໍລິ ສັດ CP ພາຍຫຼັງລົງຕິດຕາມກວດກາຕົວຈິງແລ້ວ ຄະນະທີມງານວິຊາການສິ່ງແວດລ້ອມ ໄດ້ແນະນຳບໍລິສັດປັບປຸງມີດັ່ງນີ້:

- ແນະນຳໃຫ້ບໍລິສັດຈັດສັນໃໝ່ກ່ຽວກັບຄວາມເປັນລະບຽບຮຽບຮ້ອຍໃຫ້ແຍກເສດຂີ້ເຫື້ອຍລະຫວ່າງດອກຢາງ ແລະ ຂີ້ເບຍໄວ້ໃນສະຖານທີ່ຕ່າງກັນ.

- ແນະນຳໃຫ້ທາງບໍລິສັດສ້າງອ່າງບຳບັດຮອງຮັບນໍ້າເປື້ອນຕື່ມ ແລະ ໃຫ້ຕິດຕັ້ງກົງເຕີນໍ້າເພື່ອຕິດຕາມປະລິມານການນຳໃຊ້ນໍ້າໃຕ້ດິນ

- ແນະນຳໃຫ້ບໍລິສັດເຮັດບົດລາຍງານແຜນການຄຸ້ມຄອງຕິດຕາມກວດກາສິ່ງແວດລ້ອມສັງຄົມ ແລະ ທຳມະຊາ ຢ່າງເປັນປະຈຳ 6 ເດືອນ ແລະ 1 ປີ ແລ້ວສົ່ງໃຫ້ ຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫຼັງຈາກນັ້ນຄະນະທີມງານໄດ້ສ້າງບົດບັນທຶກຮ່ວມກັບບໍລິສັດເພື່ອເປັນບ່ອນອີງໃນການລົງຕິດຕາມກວດກາໃນຄັ້ງຕໍ່ໄປ.