ໃນຕອນເຊົ້າ ວັນສຸກ ຂອງວັນທີ 28 ກຸມພາ 2020 ຢູ່ທີ່ ພະແນກ ຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ມີພິທີ ປະກາດ ກຳມະບານຮາກຖານ ໃຫ້ເປັນ ສະຫະພັນກຳມະບານຮາກຖານ ພະແນກ ຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນ ປະທານ ຂອງທ່ານ ແກ່ນຄຳ ຫົດທິລາດ ປະທານກຳມະບານ ນະຄອນຫຼວງວຽງ ຈັນ ແລະ ທ່ານ ບຸນຊົມ ຊົງວິໄລ ຮອງຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໃນນັ້ນໄດ້ຜ່ານ ຂໍ້ຕົກລົງ ວ່າດ້ວຍ ການສ້າງຕັ້ງເປັນ ສະຫະພັນ ກຳມະບານ ພະແນກ ຊັບພະຍາກແນກທຳມະຊາດ ແລະ ສີ່ງແວດລ້ອມ ນະຄອນ ຫຼວງວຽງຈັນ ສະບັບເລກທີ 57/ກບນວ, ລົງວັນທີ 20 ມັງກອນ 2020 ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະບໍລິຫານງານສະຫະ ພັນກຳມະບານ ພຊສ ນ.ວ ສະບັບ ເລກທີ 216/ກຄບ. ນວ, ລົງວັນທີ 27 ກຸມພາ 2020 ຊື່ງມີ 9 ທ່ານ ເປັນຄະນະບໍລິຫານງານວຽກ ງານ ດັ່ງກ່າວ ພ້ອມດຽວກັນນັ້ນກໍໄດ້ຮັບຟັງປະຖະກາຖາເຜີຍແຜ່ ແລະ ສ້າງຕັ້ງກຳມະບານລາວຄົບຮອບ 64 ປີ.