ໃນຕອນເຊົ້າວັນຈັນ ເວລາ 8:30 ຂອງວັນທີ 2 ມີນາ 2020 ຢູ່ທີ່ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນ ຫຼວງວຽງຈັນ ໄດ້ເປີດກອງປະຊຸມປຶກສາຫາລືແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມີ ກົມທີ່ດິນ, ກົມກວດກາ , ຂະແໜງທີ່ກ່ຽວຂ້ອງ ແລະ ຫົວໜ້າ ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 9 ເມືອງເຂົ້າຮ່ວມຄົ້ນຄ້ວາ ແລະ ປຶກສາຫາລືຕໍ່ກັບບັນຫາດັ່ງກ່າວ.